ເພື່ອເປັນການປະກອບສ່ວນໃນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ສູນບໍລິຈາກເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຈັດຕັ້ງການຮັບບໍລິຈາກເລືອດຂຶ້ນທີ່ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 29 ກໍລະກົດ 2020, ໃນການດຳເນີນການຮັບບໍລິຈາກເລືອດແມ່ນໄດ້ແບ່ງອອກເປັນ 2 ຈຸດຄື: ຈຸດທີ່ໜຶ່ງແມ່ນຢູ່ທີ່ເດີ່ນຄະນະວິທະຍາສາດສັງຄົມ ແລະ ຈຸດທີ່ສອງແມ່ນຢູ່ທີ່ອາຄານຮຽນພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ເຊິ່ງມີບັນດາພະນັກງານ-ອາຈານ ແລະ ນັກສຶກສາຈຳນວນໜຶ່ງພາຍໃນຄະນະວິທະຍາສາດສັງຄົມ ໄດ້ປະກອບສ່ວນບໍລິຈາກເລືອດເຊິ່ງລວມທັງໝົດ 95 ຖົງ, ເຊິ່ງເກີນຈໍານວນເປົ້າໝາຍທີ່ກໍານົດໄວ້ເຖິງ 45 ຖົງ.
ການຮັບບໍລິຈາກເລືອດຄັ້ງນີ້ແມ່ນໄດ້ດໍາເນີນໄປດ້ວຍດີ ແລະ ຈົບລົງດ້ວຍຜົນສໍາເລັດ ພ້ອມນັ້ນກໍຍັງມີແຜນສືບຕໍ່ພົວພັນລະຫວ່າງສອງພາກສ່ວນຄືຄະນະວິທະຍາສາດສັງຄົມ ແລະ ສູນບໍລິຈາກເລືອດແຫ່ງຊາດ ອົງການກາແດງລາວ ໃນວຽກງານການຊ່ວຍເຫຼືອສັງຄົມກໍຄືການບໍລິຈາກເລືອດໃນຄັ້ງຕໍ່ໄປ.