ໃນຕອນເຊົ້າຂອງວັນທີ 31/8/2023 ທີ່ຫ້ອງປະຊຸມ 204 ສູນ RTC ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມພົບປະເພື່ອປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ແລະ ອົງການ UNICEF ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ, ທ່ານ ນາງ Christina Torsein ຊ່ຽວຊານຈາກອົງການ UNICEF ປະຈຳພາກພື້ນອາຊີ-ປາຊີຟິກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອພົບປະປຶກສາຫາລືກ່ຽວກັບການຮ່ວມມືກັນໃນຕໍ່ໜ້າ ໃນນັ້ນ ທ່ານ ອຈ ປອ ສາຍໃຈ ສີລາເດດ ໄດ້ນຳສະເໜີພາບລວມຂອງວຽກງານສັງຄົມສົງເຄາະໃນລາວ, ພາບລວມຂອງຫຼັກສູດສັງຄົມສົງເຄາະ, ວຽກງານການປະເມີນຫຼັກສູດ ແລະ ສິ່ງທ້າທາຍໃນການດຳເນີນວຽກງານສັງຄົມສົງເຄາະກໍຄືການຈັດການຮຽນ-ການສອນຫຼັກສູດສັງຄົມສົງເຄາະ ພ້ອມທັງຍົກໃຫ້ເຫັນເຖິງຂອບການຮ່ວມມືກັບອົງການ UNICEF ໃນໄລຍະຜ່ານມາ ໂດຍສະເພາະວຽກງານການປະເມີນຫຼັກສູດສັງຄົມສົງເຄາະໃນປີ 2022 ຫຼັງຈາກນັ້ນທ່ານ ນາງ  Christina Torsein ຍັງໄດ້ກ່າວຊົມເຊີຍຕໍ່ການຈັດຕັ້ງປະຕິບັດການຮຽນ-ການສອນຫຼັກສູດສັງຄົມສົງເຄາະໄລຍະຜ່ານມາ, ຊຸກຍູ້ໃຫ້ບຸກຄະລາກອນທີ່ມີເງື່ອນໄຂໄດ້ມີສ່ວນຮ່ວມໃນການປຶກສາຫາລືໃນຂະບວນການຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະເພື່ອເອື້ອອຳນວຍ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດກ່ຽວກັບວຽກງານສັງຄົມສົງເຄາະ, ສືບຕໍ່ສ້າງແຜນລະອຽດກ່ອນທີ່ຈະນຳສົ່ງນັກສຶກສາລົງປະຕິບັດພາກສະໜາມ ແລະ ນອກນັ້ນຍັງໄດ້ສົນທະນາປະເດັນອື່ນໆທີ່ກ່ຽວຂ້ອງໃນການສ້າງແຜນຮ່ວມມືກັນໃນຕໍ່ໜ້າ.