ໃນຕອນບ່າຍຂອງວັນທີ 01/09/2023 ທີ່ຫ້ອງປະຊຸມ 204 ສູນ RTC ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດກອງປະຊຸມພົບປະເພື່ອປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງຄະນະວິທະຍາສາດສັງຄົມ ມຊ ແລະ ຄະນະມະນຸດສາດ ແລະ ສັງຄົມສາດ ມະຫາວິທະຍາໄລລາດຊະພັດ ມະຫາສາລະຄາມ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ ປທ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ, ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ແລະ ທ່ານ Warit Rasit ປະທານຫຼັກສູດການບໍລິຫານ ແລະ ພັດທະນາສັງຄົມ ມະຫາວິທະຍາໄລລາດຊະພັດ ມະຫາສາລະຄາມ ພ້ອມດ້ວຍຄະນາຈານທັງສອງຝ່າຍເຂົ້າຮ່ວມ, ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອປຶກສາຫາລືກ່ຽວກັບການຮ່າງຂໍ້ຕົກລົງວ່າດ້ວຍການຮ່ວມມືໂດຍສະເພາະແມ່ນການສົ່ງເສີມ ແລະ ການພັດທະນາດ້ານວິຊາການ ແລະ ການວິໄຈຢ່າງເປັນລະບົບຜ່ານການຮຽນ-ການສອນ ໂດຍສົ່ງເສີມ ແລະ ສະໜັບສະໜູນຄວາມຮູ້ທາງດ້ານວິຊາການໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກໃນຫຼັກສູດການບໍລິຫານ ແລະ ພັດທະນາສັງຄົມ ພ້ອມທັງສະໜອງຂໍ້ມູນເພື່ອພັດທະນາດ້ານການວິໄຈດ້ານການພັດທະນາສັງຄົມ, ການສົ່ງເສີມພັດທະນາວິຊາຊີບ ແລະ ອື່ນໆທີ່ກ່ຽວຂ້ອງ ນອກນັ້ນຍັງໄດ້ມີການສົນທະນາແລກປ່ຽນກ່ຽວກັບຫຼັກສູດ, ການດຳເນີນການຮຽນ-ການສອນຂອງທັງສອງຝ່າຍ ແລະ ລາຍລະອຽດໃນການຮ່ວມມືເພື່ອເປັນຂໍ້ມູນທີ່ເປັນປະໂຫຍດໃນການຮ່ວມມືກັນດ້ານວິຊາການໃນຕໍ່ໜ້າ.