ໃນຕອນບ່າຍຂອງວັນທີ 11/09/2023 ທີ່ຫ້ອງປະຊຸມ 204 ສູນ RTC ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດກອງປະຊຸມພົບປະເພື່ອປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC) ຄະນະວິທະຍາສາດສັງຄົມ ມຊ ແລະ ສູນຄົ້ນຄວ້າຊັບພະຍາກອນທີ່ດິນ, ໂຮງຮຽນບໍລິຫານລັດ, ມະຫາວິທະຍາໄລໂຮໄຮ ສປຈີນ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອຈ ປອ. ສາຍໃຈ ສີລາເດດ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ, ຫົວໜ້າສູນ RTC ແລະ ທ່ານ Dr. Yan Sun ຮອງຜູ້ອຳນວຍການສູນຄົ້ນຄວ້າຊັບພະຍາກອນທີ່ດິນ ມະຫາວິທະຍາໄລໂຮໄຮ ສປຈີນ ພ້ອມດ້ວຍທີມງານທັງສອງຝ່າຍເຂົ້າຮ່ວມ, ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອປຶກສາຫາລືກ່ຽວກັບການກະກຽມດຳເນີນການຄົ້ນຄວ້າວິທະຍາສາດກ່ຽວກັບຄວາມສ່ຽງທາງດ້ານສັງຄົມຈາກໂຄງການລົງທຶນຂອງສປຈີນຢູ່ສປປ ລາວ, ເພື່ອເປັນການພັດທະນາຄວາມຮູ້ດ້ານວິຊາການ ແລະ ການຄົ້ນຄວ້າວິໄຈ ໃຫ້ແກ່ທິມງານສູນກໍຄືຄະນະຈານພາຍໃນຄະນະວິຊາ ນອກນັ້ນຍັງໄດ້ມີການສົນທະນາແລກປ່ຽນຂໍ້ມູນທັງສອງຝ່າຍເພື່ອເປັນແນວທາງໃນການຮ່າງແຜນບົດສະເໜີໂຄງການຄົ້ນຄວ້າຮ່ວມກັນທັງສອງຝ່າຍ ແລະ ຄາດວ່າສາມາດດຳເນີນການຄົ້ນຄວ້າຮ່ວມກັນໃນຕົ້ນປີ 2024 ພ້ອມທັງມີແຜນໃນການເຊັນ MOA ຮ່ວມກັນໃນອານະຄົດ.