ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2020, ທີ່ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ, 3 ອົງການຈັດຕັ້ງມະຫາຊົນ ຄະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຜ່ານບົດສະຫຼຸບໄຕມາດທີ 1 (ເດືອນ 1,2,3) ແລະ 2 (ເດືອນ 4,5,6) ແລະ ຜ່ານແຜນໄຕມາດທີ 3 (ເດືອນ 7,8,9) ພາຍໃຕ້ການເປັນປະທານຂອງ ສຫ.ນ. ທໍາ ນັນທະວົງສາ ຄະນະພັກຄະນະວິທະຍາສາດສັງຄົມ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງ, ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ, ໃນນັ້ນມີ ສຫ. ລິນທາ ຈັນທະລີມາ ເລຂາຊາວໜຸ່ມຮາກຖານ, ສຫ. ນ. ຈັນທະຈອນ ສິງຫາລາດ ປະທານແມ່ຍິງຮາກຖານ, ສຫ. ແກ້ວພູທອນ ຫາທາລົງ ປະທານກຳມະບານຮາກຖານ ພ້ອມດ້ວຍຄະນະ ແລະ ບັນດາໜ່ວຍຂອງທັງສາມພາກສ່ວນເຂົ້າຮ່ວມ. ເຊິ່ງກອງປະຊຸມດັ່ງກ່າວໄດ້ເປັນຂີດໝາຍທີ່ສຳຄັນໃຫ້ແກ່ວຽກງານ 3 ອົງການຈັດຕັ້ງໃນການຖອດຖອນບົດຮຽນແລກປ່ຽນເຊິ່ງກັນແລະກັນ ເພື່ອນຳໄປເປັນແນວທາງປັບປຸງແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ, ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຝົດຟື້ນ ແລະ ສຳເລັດຜົນຕາມຄາດໝາຍຂອງກອງປະຊຸມ.