Quick Info

Rating
(5 / 3 votes)

ຄະນະບໍລິຫານງານຊາວໜຸ່ມຄະນະວິທະສາດສັງຄົມເຂົ້າຮ່ວມກິດຈະກຳ

ການແຂ່ງຂັນກິລາເຕະບານ 4 ສາມັກຄີ

ໃນຕອນແລງຂອງວັນທີ 10 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມ ແລະ ຄູອາຈານພາຍໃນຄະນະວິທະສາດສັງຄົມ ໄດ້ເຂົ້າຮ່ວມກິດຈະກຳການແຂ່ງຂັນກິລາເຕະບານ 4 ສາມັກຄີ ທີ່ເດີ່ນເຕະບານສາທິດ ພາຍໃຕ້ການນຳພາໂດຍ ທ່ານ ຮສ. ປອ ບຸນທະວີ ສໍສຳພັນ ຮອງປະທານກວດກາພັກຮາກຖານຄະນະວິທະຍາສາດສັງຄົມ. ກິດຈະກຳການແຂ່ງຂັນກິລາເຕະບານ 4 ສາມັກຄີປະກອບມີ: ຄະນະບໍລິຫານງານຊາວໜຸ່ມຄະນະວິທະຍາສາດປ່າໄມ້, ຄະນະບໍລິຫານງານຊາວໜຸ່ມຄະນະວິທະຍາສາດສັງຄົມ, ຄະນະບໍລິຫານງານຊາວໜຸ່ມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ຄະນະບໍລິຫານງານຊາວໜຸ່ມຄະນະອັກສອນສາດ, ໃນນັ້ນຄະນະວິທະຍາສາດປ່າໄມ້ເປັນເຈົ້າພາບໃນການຈັດກິດຈະກຳຄັ້ງນີ້, ຈຸດປະສົງຂອງກິດຈະກໍາດັ່ງກ່າວແມ່ນເພື່ອເປັນການຂ່ຳນັບຮັບຕ້ອນວັນຄູແຫ່ງຊາດ ແລະ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກີລາທີ່ຈະມາເຖິງນີ້.

ສຳລັບຕາຕະລາງການແຂ່ງຂັນກິລາບານເຕະແມ່ນຄູ່ທີ 1 ເປັນການພົບກັນລະຫວ່າງ ຮາກຖານຄອສ ແລະ ຮາກຖານ ຄປມ, ສຳລັບຄູ່ທີ 2 ເປັນການພົບກັນລະຫວ່າງຮາກຖານ ຄສຄ ແລະ ຄສບຜົນການແຂ່ງຂັນກິລາບານເຕະເຫັນວ່າ ຮາກຖານຄປມ ສາມາດຍາດເອົາອັນດັບທີ 1, ຄສຄ ໄດ້ອັນດັບທີ 2, ຄອສໄດ້ອັນດັບທີ 3 ແລະ ຄສບ ໄດ້ອັນດັບທີ 4, ການແຂ່ງຂັນກິລາບານເຕະດັ່ງກ່າວແມ່ນໄດ້ດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ສໍາເລັດລົງດ້ວຍດີ.