Quick Info
- Rating
ຄະນະຊາວໜຸ່ມຮາກຖານ ຄສຄຈັດກອງປະຊຸມແລກປ່ຽນບົດຮຽນຮ່ວມກັບ ຄະນະຊາວໜຸ່ມຮາກຖານ ກົມຈັດຕັ້ງພະນັກງານ ແລະ ກົມກວດກາ ຄມປຊ
ໃນຕອນແລງຂອງວັນທີ 17 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມຄະນະວິທະສາດສັງຄົມໄດ້ຈັດກອງປະຊຸມແລກປ່ຽນບົດຮຽນຊາວໜຸ່ມຮ່ວມກັບຄະນະຊາວໜຸ່ມຮາກຖານ ກົມຈັດຕັ້ງພະນັກງານ ແລະ ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຫ້ອງປະຊຸມ 207 ທີ່ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ພາຍໃຕ້ການເປັນປະທານຂອງ ທ່ານ ນ. ທຳ ນັນທະວົງສາ ຄະນະພັກຮາກຖານ ຄະນະວິທະ
ຍາສາດສັງຄົມ, ທ່ານ ວິໄລສິດ ພິມພັກດີ ຮອງເລຂາໜ່ວຍຮາກຖານ ກົມຈັດຕັ້ງ-ພະນັກງງານ, ກົມກວດກາ ແລະ ທ່ານ ລິນທາ ຈັນທະລີມາ ເລຂາຊາວໜຸ່ມຮາກຖານ ຄະນະວິທະຍາສາດສັງຄົມ, ທ່ານ ທອງດຳ ທໍາມະວົງ ຮັກສາການເລຂາຊາວໜຸ່ມນາກຖານກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ ພ້ອມຄະນະຊາວໜຸ່ມຮາກຖານທັງສອງພາກສ່ວນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອເປັນການປະກອບສ່ວນສ້າງໃຫ້ອົງການຈັດຕັ້ງຊາວໜຸ່ມມີຄວາມເຂັ້ມແຂງ, ປັບປຸງແບບແຜນວິທີການເຮັດວຽກຂອງຄະນະຊາວໜຸ່ມ, ຮັດແໜ້ນຄວາມສາມັກຄີລະຫວ່າງຊາວໜຸ່ມສອງຮາກຖານ, ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ ແລະ ລັດ ແລະ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ. ພາຍຫຼັງທີ່ສຳເລັດກອງປະຊຸມແລ້ວຍັງໄດ້ມີການຈັດກິດຈະກຳຮ່ວມກັນບໍ່ວ່າຈະເປັນການເຕະບານ ແລະ ການຕີບຸ່ນ ເພື່ອສ້າງຄວາມສາມັກຄີໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.