Quick Info

Rating
(0 / 0 votes)

ນຕອນເຊົ້າຂອງວັນທີ 31 ຕຸລາ 2020 ໜ່ວຍຊາວໜຸ່ມພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳການແຂ່ງຂັນໂຕ້ວາທີ ພາຍໃຕ້ຫົວຂໍ້: ແນວຄິດຂອງຊາວໜຸ່ມຍຸກໃໝ່ຕໍ່ການຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ທີ່ຫ້ອງປະຊຸມອາຄານພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ (ຫ້ອງ 207) ຄະນະວິທະຍາສາສັງຄົມ; ພາຍໃຕ້ການເປັນປະທານຂອງທ່ານ ລິນທາ ຈັນທະລີມາ ເລຂາຊາວໜຸ່ມຮາກຖານຄສຄ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ທໍາ ນັນທະວົງສາ ຄະນະພັກຮາກຖານຄະນະວິທະຍາສາດສັງຄົມຜູ້ຊີ້ນຳວຽກງງານ 3 ອົງການຈັດຕັ້ງຄສຄ, ທ່ານ ນ. ມະນີວັນ ແສງພະຈັນ ຄະນະສະຫະພັນແມ່ຍິງຮາກຖານຄສຄ, ທ່ານ ສຸລິຍົງ ທຳມະວົງສາ ຄະນະສະຫະພັນກໍາມະບານຮາກຖານຄສຄ ພ້ອມທັງບັນດາຄູອາຈານ, ຄະນະຜິດຊອບ ແລະ ນັກສຶກສາຊາວໜຸ່ມຈຳນວນໜຶ່ງ. ຈຸດປະສົງໃນການຈັດກິດຈະກຳດັ່ງກ່າວແມ່ນເພື່ອເປັນການແລກປ່ຽນແນວຄວາມຄິດຂອງຊາວໜຸ່ມຍຸກໃໝ່ກັບການຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກໍຄືໄວໜຸ່ມໃນປະຈຸບັນ.

ກິດຈະກໍາການແຂ່ງຂັນໂຕ້ວາທີມີທັງໝົດ 6 ທີມ, ທີມລະ 4 ຄົນທີ່ເປັນຜູ້ເຂົ້າຮ່ວມແຂ່ງຂັນ ໃນນັ້ນມີທີມສຳນັກງານຄະນະບໍດີ, ທີມພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ, ທີມພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ທີມພາກວິຊາພູມີສາດ ແລະ ສາລະສົນເທດສາດ, ທີມພາກວິຊາປະຫວັດສາດ ແລະ ບູຮານວິທະຍາ, ທີມພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ. ຜົນການແຂ່ງຂັນດັ່ງກ່າວປາກົດວ່າ ທີມພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ສາມາດຍາດເອົາລາງວັນທີ 1, ສ່ວນອັນດັບທີ 2 ແມ່ນທີມພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ ແລະ ອັນດັບທີ 3 ແມ່ນພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ ສ່ວນທີມທີ່ເຫຼືອແມ່ນໄດ້ລາງວັນຊົມເຊີຍ. ກອງປະຊຸມດັ່ງກ່າວດຳເນີນໄປດ້ວຍຄວາມຟົດຟຶ້ນ ແລະ ສ້າງຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ.