Quick Info

Rating
(0 / 0 votes)

ໃນຕອນເຊົ້າຂອງວັນທີ 07 ທັນວາ 2020 ຮາກຖານຊາວໜຸ່ມ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ຊາວໜຸ່ມທີ່ພົ້ນອາຍຸກະສຽນ ແລະ ຮັບສະມາຊິກຊາວໜຸ່ມໃໝ່ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາສັງຄົມ; ພາຍໃຕ້ການເປັນປະທານຂອງທ່ານ ລິນທາ ຈັນທະລີມາ ເລຂາຊາວໜຸ່ມຮາກຖານຄສຄ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ທໍາ ນັນທະວົງສາ ຄະນະພັກຮາກຖານຄະນະວິທະຍາສາດສັງຄົມຜູ້ຊີ້ນຳວຽກງງານ 3 ອົງການຈັດຕັ້ງຄສຄ, ທ່ານ ນ. ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານຄສຄ, ພ້ອມທັງຄະນະຊາວໜຸ່ມຮາກຖານ, ຫົວໜ້າໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມທີ່ພົ້ນອາຍຸກະສຽນ ແລະ ສະມາຊິກຊາວໜຸ່ມໃໝ່ ລວມຜູ້ເຂົ້າຮ່ວມທັງໝົດຈຳນວນ 30 ທ່ານ. ເຊິ່ງໃນນັ້ນມີສະມາຊິກຊາວໜຸ່ມທີ່ພົ້ນກະສຽນຈຳນວນ 8 ສະຫາຍ ແລະ ສະມາຊິກຊາວໜຸ່ມໃໝ່ຈຳນວນ 10 ສະຫາຍ. ໃນຕອນທ້າຍທ່ານປະທານ ແລະ ຄະນະພັກກໍໄດ້ໃຫ້ຄຳເຫັນຕໍ່ສະມາຊິກຊາວໜຸ່ມທີ່ອາຍຸພົ້ນກະສຽນໃນການສືບຕໍ່ຊີ້ນຳ, ໃຫ້ຄຳປຶກສາ ຖ່າຍທອດບົດຮຽນໃຫ້ແກ່ຊາວໜຸ່ມຍຸກໃໝ່ ແລະ ໄດ້ໃຫ້ຄຳໂອວາດສະມາຊິກຊາວໜຸ່ມໃໝ່ໃນການສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນແບບຢ່າງທີ່ດີແກ່ມະຫາຊົນກ້າວໜ້າ ພ້ອມທັງເອົາໃຈໃສ່ປະຕິບັດຕາມກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ນຳໄປໃຊ້ໃນການດຳລົງຊີວວິດປະຈຳວັນໃຫ້ເກີດປະໂຫຍດສູງສຸດ.