ໃນຕອນບ່າຍຂອງວັນທີ 08 ພະຈິກ 2023 ສະຫະພັນແມ່ຍິງຮາກຖານຄະນະວິທະຍາສາດສັງຄົມໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ທີ່ສະໂມສອນ ຊັ້ນ2 ມຊ, ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ນາງ ທຳ ນັນທະວົງສາ ຄະນະພັກຮາກຖານຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ສົມພອນ ວໍລະຈັກ ຮອງປະທານສະຫະພັນແມ່ຍິງ ມຊ, ທ່ານ ນາງ ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານຄສຄ, ທ່ານ ອຳພອນ ວົງສຸພັນ ປະທານກຳມະບານຮາກຖານຄສຄ ແລະ ທ່ານ ລິນທາ ຈັນທະລີມາ ເລຂາຊາວຫນຸ່ມຮາກຖານຄສຄພ້ອມດ້ວຍ ບັນດາແຂກທີ່ຖືກເຊີນ, ສະມາຊິກແມ່ຍິງພະນັກງານ, ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສະຫລຸບຜົນງານການເຄື່ອນໄຫວໄລຍະ 5 ປີ ຜ່ານມາ (2019-2023) ແລະ ຜ່ານແຜນການ 5 ປີໃນຕໍ່ຫນ້າ (2024-2028), ມອບໃບຍ້ອງໃຫ້ແກ່ສະມາຊິກແມ່ຍິງທີ່ມີຜົນງານດີເດັ່ນ ພ້ອມທັງປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຮາກຖານຄສຄຊຸດທີ VI ເຊິ່ງຜົນການເລືອກຕັ້ງສະຫລຸບໄດ້ດັ່ງນີ້:
1. ທ່ານ ນາງ ຈັນທະຈອນ ສິງຫາລາດ ເປັນປະທານ
2. ທ່ານ ນາງ ຈັນດາວັນ ສີສຸລາດ ເປັນຮອງປະທານ
3. ທ່ານ ນາງ ມະນີວັນ ແສງພະຈັນ ເປັນປະທານກວດກາ
4. ທ່ານ ນາງ ສຸກສະຫວັນ ສົມບູນຂັນ ເປັນຄະນະ
5. ທ່ານ ປອ ນາງ ມະລິພອນ ດວງພະຈັນ ເປັນຄະນະ
ຫລັງຈາກນັ້ນໃນຕອນທ້າຍຄະນະພັກຮາກຖານຄສຄ ກໍໄດ້ສະແດງຄວາມຊົມເຊີຍ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍເນັ້ນໃຫ້ເຫັນຫລາຍປະເດັນທີ່ສຳຄັນທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງຄະນະສະຫະພັນແມ່ຍິງຮາກຖານຄສຄ ທີ່ຕິດພັນກັບວຽກງານການພັດທະນາວິຊາການ, ການຍົກລະດັບຄວາມຮູ້ຄວາມສາມາດ, ມີແນວຄິດຫລັກໝັ້ນ ແລະ ຍົກສູງສະຕິຕໍ່ການຈັດຕັ້ງ, ຫລີກລ້ຽງປະກົດການຫຍໍ້ທໍ້ໃນສັງຄົມຕ່າງໆ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.