Quick Info
- Rating
ໃນຕອນເຊົ້າຂອງວັນທີ 10 ພະຈິກ 2023 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມຮາກຖານຄະນະວິທະຍາສາດສັງຄົມໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ທີ່ສະໂມສອນ ຊັ້ນ2 ມຊ, ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ນາງ ທຳ ນັນທະວົງສາ ຄະນະພັກຮາກຖານຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ, ທ່ານ ສຫ ປອ ວິໄລສັກ ສີໂຄດວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມມຊ, ທ່ານ ລິນທາ ຈັນທະລີມາ ເລຂາຊາວຫນຸ່ມຮາກຖານຄສຄ, ທ່ານ ນາງ ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານຄສຄ, ທ່ານ ອຳພອນ ວົງສຸພັນ ປະທານກຳມະບານຮາກຖານຄສຄ ພ້ອມດ້ວຍບັນດາແຂກທີ່ຖືກເຊີນ, ສະມາຊິກຊາວໜຸ່ມພະນັກງານ, ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສະຫລຸບຜົນງານການເຄື່ອນໄຫວໄລຍະ 5 ປີ ຜ່ານມາ (2019-2023) ແລະ ຜ່ານແຜນການ 5 ປີໃນຕໍ່ຫນ້າ (2024-2028), ມອບໃບຍ້ອງໃຫ້ແກ່ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຮາກຖານຄສຄຊຸດທີ VI ເຊິ່ງຜົນການເລືອກຕັ້ງສະຫລຸບໄດ້ດັ່ງນີ້:
1. ສຫ ງາມຕາ ວົງວິໄລທອງ ເປັນເລຂາ
2. ສຫ ນ. ສົມໃຈ ບູລິດຳ ເປັນຮອງເລຂາ
3. ສຫ ນ. ກັນຫາ ແສງມະນີ ເປັນປະທານກວດກາ
4. ສຫ ບຸນນັດ ແກ້ວປັນຍາ ເປັນຄະນະ
5. ສຫ ມາລາວັນ ຈັນທະວົງສິນ ເປັນຄະນະ
6. ສຫ ບຸນຈັນ ແຈ່ມມາໄລ ເປັນຄະນະ
7. ສຫ ຄໍາອົ້າ ທໍາມະວົງ ເປັນຄະນະ
ຫລັງຈາກນັ້ນຄະນະພັກຮາກຖານຄສຄ ກໍໄດ້ສະແດງຄວາມຊົມເຊີຍ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍເນັ້ນໃຫ້ເຫັນຫລາຍປະເດັນທີ່ສຳຄັນທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງຊາວໜຸ່ມຮາກຖານຄສຄ ທີ່ຕິດພັນກັບວຽກງານການພັດທະນາວິຊາການ, ການຍົກລະດັບຄວາມຮູ້ຄວາມສາມາດ, ມີແນວຄິດຫລັກໝັ້ນ ແລະ ຍົກສູງສະຕິຕໍ່ການຈັດຕັ້ງ, ເປັນກໍາລັງແຮງໃນການຂັບເຄື່ອນວຽກງານຕ່າງໆ, ຫລີກລ້ຽງປະກົດການຫຍໍ້ທໍ້ໃນສັງຄົມຕ່າງໆ. ນອກຈາກນັ້ນທ່ານຮອງເລຂາຄະນະບໍລິຫານງານຊາວໜຸ່ມມຊຍັງໄດ້ມີຄຳເຫັນເພີ່ມເຕີມໂດຍເນັ້ນໜັກເຖິງວຽກງານແນວຄິດການເມືອງ, ວຽກງານດ້ານອົງການຈັດຕັ້ງ, ການສົ່ງເສີມພັດທະນາດ້ານວິຊາການຕິດພັນກັບການເຄື່ອນໄຫວນອກຫຼັກສູດ, ວຽກງານຂະບວນການເພື່ອຍົກສູງບົດບາດຊາວໜຸ່ມໃຫ້ມີຄວາມຄວາມເຂັ້ມແຂງຮອບດ້ານ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.