ພະແນກການສຶກສາກສຶກສາຫຼັງປະລິນຍາຕີ ມີສິດ ແລະ ໜ້າທີ່ໃນການກໍານົດຮັບນັກສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກໃນແຕ່ລະສາຂາ/ແຕ່ລະສົກສຶກສາ ຕາມການກໍານົດໄວ້ໃນຫຼັກສູດ, ເກັບກໍາ ແລະ ຄຸ້ມຄອງຂໍ້ມູນສະຖິຕິນັກສຶກສາ, ຈັດຕາລາງ ແລະ ຕິດຕາມການຮຽນ-ການສອນຂອງອາຈານ ແລະ ນັກສຶກສາ, ປະເມີນຜົນການຮຽນຂອງນັກສຶກສາ, ບໍລິການໃຫ້ແກ່ນັກສຶກສາໃນດ້ານຕ່າງໆ ເຊັ່ນ ໃບສະເໜີ, ໃບຢັ້ງຢືນ, ໃບປະກາສະນີຍະບັດ ແລະ ເອກະສານທາງວິຊາການ ເຫຼົ່ານີ້ເປັນຕົ້ນ. ສັງຮວມ ແລະ ສະຫຼຸບຜົນຂອງການຈັດຕັ້ງປະຕິບັດການຮຽນ-ການສອນໃນແຕ່ລະສົກຮຽນ, ຜັນຂະຫຍາຍປຶ້ມແນະນໍນການຂຽນວິທະຍານິພົນ, ຮ່ວມມື, ພົວພັນ ແລະ ແລກປ່ຽນບົດຮຽນກັບມະຫາວິທະຍາໄລຕ່າງໆ ທັງພາຍໃນ ແລະ ສາກົນ. ນອກຈາກນີ້ ຍັງປະຕິບັດໜ້າທີ່ຕາມການມອບໝາຍຈາກຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບຫຼັກສູດ.
ພະແນກການສຶກສາກສຶກສາຫຼັງປະລິນຍາຕີ ຄສຄ ໃນເມືອກ່ອນແມ່ນສັງກັດຢູ່ນໍາກັນກັບພະແນກພະແນກຄົ້ນ ຄວ້າວິທະຍາສາດ ແລະ ການສຶກສາຫຼັງປະລິນຍາຕີ ຊຶ່ງພະແນກດັ່ງກ່າວນີ້ໄດ້ຖືກສ້າງຕັ້ງຂຶ້ນພ້ອມກັບການການສ້າງຕັ້ງຄະນະວິທະຍາສາດສັງຄົມ ຄື ໃນປີ 2000 ຊຶ່ງມີໜ້າທີ່ຫຼັກແມ່ນວຽກງານການຄົ້ນຄວ້າວິທະ ຍາສາດ.
ໃນສົກສຶກສາ 2009-2010 ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເພື່ອຕອບສະໜອງຕອບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເພື່ອໃຫ້ບັນລຸເປົ້າໝາຍທີ່ທາງກະຊວງສຶກສາ ແລະ ກິລາວາງອອກນັ້ນ ຄະນະວິທະຍາສາດສັງຄົມຈິ່ງໄດ້ມີວິໄສທັດ ແລະ ແນວຄິດພັດທະນາຫຼັກສູດການສຶກສາຊັ້ນສູງຂຶ້ນ. ສະນັ້ນ, ຄະ ນະວິທະຍາສາດສັງຄົມຈິ່ງໄດ້ສ້າງຫຼັກສູດປະລິນຍາໂທ ແລະ ກໍໄດ້ອະນຸມັດໃຫ້ເປີດການຮຽນ-ການສອນຂຶ້ນຢ່າງເປັນທາງການ ເຊິ່ງປະກອບມີ 02 ຫຼັກສູດ ຄື: ຫຼັກສູດການຄຸ້ມຄອງຊັບພະຍາກອນວັດທະນະທຳ ແລະ ຫຼັກສູດການພັດ ທະນາສັງຄົມ. ຕໍ່ຈາກນັ້ນມາວຽກງານການສຶກສາຫຼັງປະລິນຍາຕີກໍ ຄ່ອຍໆມີບົດບາດ ແລະ ໜ້າທີ່ອັນເຕັມສ່ວນໃນການຕິດຕາມ ແລະ ດູແລວຽກງານການຄຸ້ມຄອງ, ບໍລິຫານ ແລະ ການບໍລິການຫຼັກສູດຫຼັງ ປະລິນຍາຕີ.
ມາຮອດສົກສຶກສາ 2011-2012 ຄະນະວິທະຍາສາດສັງຄົມ ໄດ້ສ້າງຫຼັກສູດປະລິນຍາໂທວິທະຍາສາດສັງຄົມ ຂຶ້ນມາອີກ 02 ຫຼັກສູດ ຄື ຫຼັກສູດວິທະຍາສາດການເມືອງ ແລະ ການບໍລິຫານອຸດສາຫະກໍາການທ່ອງທ່ຽວ. ຕໍ່ມາອີກ ໜຶ່ງປີ ຄື ສົກສຶກສາ 2012-2013 ຫຼັກສູດປະລິນຍາໂທສາຂາການຈັດການພື້ນທີ່ເພື່ອການພັດ ທະນາກໍໄດ້ເປີດນໍາໃຊ້ ແລະ ຈັດຕັ້ງປະຕິບັດການຮຽນ-ການສອນຢ່າງເປັນທາງການ.
ເພື່ອໃຫ້ເຫັນໄດ້ພາລະບົດບາດ ແລະ ໜ້າທີ່ໃນການປະຕິບັດວຽກງານອັນຊັດເຈນ ແລະ ສອດຄ່ອງຕາມການ ປະຕິບັດງານຕົວຈິງນັ້ນ ໂດຍປະຕິບັດຕາມຕົກລົງຂອງອະທິການບໍດີມະຫາວິທະຍາໄລແຫ່ງຊາດສະບັບເລກທີ 847/ ມຊ.ຈຕ ລົງວັນທີ 28/2/2013 ນັ້ນ ມາຮອດສົກສຶກສາ 2015-2016 ພະແນກຄົ້ນຄວ້າວິທະຍາສາດ ແລະ ການສຶກສາຫຼັງປະລິນຍາຕີ ຈຶ່ງໄດ້ແຍກຕົວອອກເປັນ 02 ພະແນກ ຄື ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ແລະ ພະແນກການສຶກສາຫຼັງປະລິນຍາຕີ.
ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການສຶກສາຕໍ່ດ້ານວິທະຍາສາດສັງຄົມ ເຫັນວ່າສູງພໍສົມຄວນ ແລະ ນັບມື້ນັບເພີ່ມຂຶ້ນ. ສະນັ້ນ, ມາຮອດປີ 2016 ຄະນະວິທະຍາສາດສັງຄົມຮ່ວມມືກັບອົງການສະຫະປາຊາດຊາດ ກອງທຶນເພື່ອປະຊາກອນ ຈິ່ງໄດ້ສ້າງຫຼັກສູດໃໝ່ ຄື ສາຂາການສຶກສາປະຊາກອນ ແລະ ການພັດ ທະນາຂຶ້ນມາ ແລະ ກໍຖືກຮັບຮອງໃຫ້ເປີດການຮຽນ-ການສອນຢ່າງເປັນທາງການ. ຕໍ່ກັບສະພາບການປ່ຽນແປງທາງສະພາບແວດລ້ອມທາງສັງຄົມ ແລະ ສະພາບແວດລ້ອມທາງທໍາມະຊາດ ຊຶ່ງໄດ້ເກີດບັນຫາ ແລະ ວິກິດການຂອງສະພາບແວດລ້ອມເຫຼົ່ານັ້ນ ເພື່ອເປັນເຄື່ອງມີພື້ນຖານໃຫ້ແກ່ການສຶກສາ ແລະ ຄົ້ນຄວ້າຫາຊ່ອງທາງໃນການປັບປຸງ ແລະ ແກ້ໄຂສະພາບດັ່ງກ່າວ ມາຮອດສົກສຶກສາ 2017-2018 ຄະວິທະຍາສາດສັງຄົມຮ່ວມມືກັບທະນາຄານໂລກ ກອງທຶນປົກປັກຮັກສາສິ່ງແວດ ລ້ອມ ໄດ້ສ້າງຫຼັກສູດໃໝ່ຂຶ້ນມາ ຄື ຫຼັກສູດການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ ແລະ ກໍໄດ້ເປີດນໍາໃຊ້ເຂົ້າໃນການຮຽນ-ການສອນ ໃນສົກສຶກສາ 2019-2020. ມາຮອດປັດຈຸບັນ (ປີ 2020) ຄະນະວິທະຍາສາດສັງຄົມ ໄດ້ມີ ຫຼັກສູດລະດັບປະລິນຍາໂທທັງໝົດ 07 ສາຂາ ຄື ສາຂາການຄຸ້ມຄອງຊັບພະຍາກອນວັດທະນະທຳ, ການພັດທະນາສັງຄົມ, ວິທະຍາສາດການເມືອງ, ການບໍລິຫານອຸດສາຫະກໍາການທ່ອງທ່ຽວ, ການຈັດການພື້ນທີ່ເພື່ອການພັດທະນາ, ການສຶກສາປະຊາກອນ ແລະ ການພັດທະນາ ແລະ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ.
ປັດຈຸບັນ (ປີ 2020) ພະແນກການສຶກສາຫຼັງປະລິນຍາຕີ ປະກອບມີພະນັກງານທັງໝົດ 05 ທ່ານ, ຍິງ 03 ທ່ານ ຊຶ່ງລວມມີຮອງຫົວໜ້າພະແນກ, ຫົວໜ້າໜ່ວຍງານ 03 ທ່ານ ແລະ ພະນັກງານວິຊາການ 01 ທ່ານ ຊຶ່ງວຽກງານທັງໝົດແມ່ນ ພາຍໃຕ້ການຊີ້ນໍາຂອງທ່ານຮອງຄະນະບໍດີຮັບຜິດຊອບວຽກງານການສຶກສາຫຼັງປະລິນ ຍາຕີ.