ປະຫວັດຄວາມເປັນມາຂອງພະແນກ
ພະແນກຄຸ້ມຄອງນັກສຶກສາເປັນໜຶ່ງໃນ 6 ພະແນກທີ່ເປັນເສນາທິການໃຫ້ແກ່ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ ເຊິ່ງກ່ອນປີ 2004 ວຽກງານຄຸ້ມຄອງນັກສຶກສາໄດ້ຮວມເຂົ້າກັບພະແນກວິຊາການ, ມາເຖິງປີ 2004 ຄະນະວິທະຍາສາດສັງຄົມໄດ້ມີການປັບປຸງໂຄງປະກອບການຈັດຕັ້ງເພື່ອໃຫ້ສອດຄ່ອງ ແລະ ເໝາະສົມກັບໜ້າທີ່ວຽກງານເພື່ອອໍານວນຄວາມສະດວກໃຫ້ແກ່ການຄຸ້ມຄອງບໍລິຫານ ແລະ ສະດວກໃນການດໍາເນີນວຽກງານ. ສະນັ້ນ, ພະແນກຄຸ້ມຄອງນັກສຶກສາຈຶ່ງໄດ້ແຍກຕົວອອກຈາກພະແນກວິຊາການຢ່າງເປັນທາງການໂດຍໃສ່ຊື່ວ່າພະແນກຄຸ້ມຄອງນັກສຶກສາ ຈົນມາຮອດປັດຈຸບັນ.
ໜ້າທີ່ ແລະ ຂອບເຂດສິດ
ຄໍາຂັວນ
ຄອບຄົວໜຶ່ງດຽວ ສາມັກຄີ ຮ່ວມແຮງ ຮ່ວມໃຈ ໄຝ່ພັດທະນານັກສຶກສາ ຫາຄວາມຮູ້ຄູ່ຄຸນນະທໍາ
ໃນສົກສຶກສາ 2019-2020 ພະແນກຄຸ້ມຄອງນັກສຶກສາ ປະກອບມີພະນັກງານ-ອາຈານທັງໝົດ 5 ທ່ານ, ຍິງ 2 ທ່ານ