ປະຫວັດພະແນກ
ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການແມ່ນເປັນພະແນກໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບຄະນະວິທະຍາສາດສັງຄົມ ແລະ ໄດ້ຂຶ້ນກັບພະແນກສຶກສາຫລັງປະລິນຍາຕີ ຊຶ່ງໃນປັດຈຸພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການແມ່ນໄດ້ແຍກອອກຈາກພະແນກສຶກສາຫລັງປະລິນຍາຕີໃນປີ 2016. ສໍາລັບໂຄງຮ່າງການຈັດຕັ້ງແມ່ນປະກອບມີຫົວໜ້າພະແນກ 1 ທ່ານ, ຮອງພະແນກ 1 ທ່ານ ແລະ ຫົວໜ້າໜ່ວຍງານ 1 ທ່ານ. ໃນພະແນກແມ່ນປະກອບມີ 2 ໜ່ວຍງານຄື: ໜ່ວຍງານສົ່ງເສີມ ແລະ ຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ໜ່ວຍງານໃຫ້ບໍລິການວິຊາການ. ສ່ວນສິດ ແລະ ໜ້າທີ່ຂອງພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການປະກອບມີດັ່ງລຸ່ມນີ້:
- ສ້າງແຜນການເຄື່ອນໄຫວວຽກຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການຂອງຄະນະວິຊາໃນແຕ່ລະສົກຮຽນໂດຍສົມທົບກັບພາກວິຊາຕ່າງໆ ເພື່ອຈັດຕັ້ງປະຕິບັດແຜນການໃຫ້ປາກົດຜົນເປັນຈິງຢ່າງເປັນຂະບວນການ ແລະ ມີປະສິດທິພາບສູງ
- ສັງລວມ ແລະ ສະເໜີການຂໍການພິຈາລະນາຫົວຂໍ້ໃນການຄົ້ນຄວ້າວິທະຍາສາດຂອງອາຈານ
- ຈັດຕັ້ງກອງປະຊຸມສໍາມະນາວິຊາການເພື່ອຄັດເລືອກຫົວຂໍ້ຄົ້ນຄວ້າ ແລະ ກອງປະຊຸມສໍາມະນາເພື່ອສະເໜີຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດຂອງອາຈານ ແລະ ອອກວາລະສານທາງວິຊາການປະຈໍາສົກຮຽນ
- ຄຸຸ້ມຄອງການຈັດຕັ້ງປະຕິບັດການຄົ້ນຄວ້າ ແລະ ການບໍລິການວິຊາການຕາມຂໍ້ກໍານົດຂອງມະຫາວິທະຍາໄລແຫ່ງຊາດ, ວາງລະບຽບຫຼັກການພາຍໃນສໍາລັບການຄົ້ນຄວ້າວິທະຍາສາດ ແລະ ການບໍລິການຂອງຄະນະວິຊາ
- ຕິດຕໍ່ພົວພັນພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເພື່ອຊອກແຫຼ່ງທຶນເຂົ້າໃນຄົ້ນຄວ້າວິທະຍາສາດ, ບໍລິການວິຊາການ ແລະ ເຝິກອົບຮົມ
- ສະຫຼຸບສັງລວມ, ປະເມີນຜົນບັນດາໂຄງການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການຂອງອາຈານໃນ ຄສຄ ປະຈໍາສົກຮຽນ ແລະ ລາຍງານຕໍ່ຄະນະບໍດີ
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະບໍດີ
ຄໍາຂວັນ
ສົ່ງເສີມການຄົ້ນຄວ້າວິທະຍາສາດທາງສັງຄົມສາດໃຫ້ນໍາໜ້າໃນ ສປປ ລາວ ແລະ ພາກພື້ນໃຫ້ການບໍລິການວິຊາການດ້ານສັງຄົມສາດ
ວິໄສທັດ
ສ້າງໃຫ້ ຄສຄ ກາຍເປັນສູນກາງແຫ່ງໜຶ່ງທີ່ນໍາໜ້າທາງດ້ານການຄົ້ນຄວ້າທາງດ້ານວິທະຍາສາດສັງຄົມໃນ ສປປ ລາວ ແລະ ພາກພື້ນ, ເປັນສູນກາງການບໍລິການວິຊາການທີ່ໜ້າເຊື່ອຖື ແລະ ວິທີການທາງວິທະຍາສາດສັງຄົມໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂຶ້ນສູ່ສັງຄົມນິຍົມ.