ປະຫວັດພະແນກຈັດຕັ້ງ-ສັງລວມ
ຄະນະວິທະຍາສາດສັງຄົມ (ຄສຄ) ເປັນໜຶ່ງໃນຈຳນວນ 12 ຄະນະວິຊາທີ່ຂຶ້ນກັບມະຫາວິທະ ຍາໄລແຫ່ງຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 87 ລົງວັນທີ 20/6/2000. ໃນເວລານັ້ນ, ຄສຄ ປະກອບມີ 4 ພະແນກຄື: ພະແນກບໍລິຫານ-ສັງລວມ, ພະແນກ ຄຸ້ມຄອງນັກສຶກສາ, ພະແນກຄົ້ນຄວ້າ-ຫຼັງປະລິນຍາຕີ ແລະ ພະແນກວິຊາການ. ໃນນັ້ນ, ພະແນກ ບໍລິຫານ-ສັງລວມປະກອບມີໜ່ວຍງານທີ່ສຳຄັນທັງໝົດ 4 ໜ່ວຍງານຄື: (1) ໜ່ວຍງານຈັດຕັ້ງ, (2) ໜ່ວຍງານເລຂານຸການ, (3) ໜ່ວຍງານແຜນການ-ການຮ່ວມມືກັບຕ່າງປະເທດ ແລະ (4) ໜ່ວຍງານ ການເງິນ.
ໃນປີ 2010 ຄະນະວິຊາໄດ້ມີການປັບປຸງ ແລະ ຊັບຊ້ອນລະບົບການຈັດຕັ້ງຄືນໃໝ່່ເພື່ອໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບລະບົບການຈັດຕັ້ງຂອງມະຫາວິທະຍາໄລແຫ່ງຊາດ ແລະ ມີຄວາມສະດວກໃນການບໍລິຫານງານຂອງຄະນະວິຊາເຊັ່ນ: ເລືອກຕັ້ງຄະນະບໍດີຄົນໃໝ່, ເພີ່ມຮອງຄະນະບໍດີຈາກ 3 ທ່ານມາເປັນ 4 ທ່ານ, ຂະຫຍາຍພາກວິຊາຈາກ 4 ພາກມາເປັນ 5 ພາກ ແລະ ແຍກພະແນກຈາກ 4 ພະແນກມາເປັນ 5 ພະແນກ ໂດຍສະເພາະແມ່ນແຍກພະແນກບໍລິຫານ-ສັງລວມອອກເປັນ 2 ພະແນກ ພ້ອມທັງປ່ຽນຊື່ໃໝ່ຄື: ພະແນກຈັດຕັ້ງ-ສັງລວມ ແລະ ພະແນກການເງິນ-ຊັບສິນ.
ຕາມຂໍ້ຕົກລົງຂອງອະທິການບໍດີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະວິທະຍາ ສາດສັງຄົມ ສະບັບເລກທີ 847/ມຊ.ຈຕ ລົງວັນທີ 28/2/2013 ພະແນກຈັດຕັ້ງ-ສັງລວມ ໄດ້ຈັດແບ່ງອອກເປັນ 7 ໜ່ວຍງານຄື: (1) ໜ່ວຍງານຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, (2) ໜ່ວຍງານເລຂານຸການ ແລະ ພິທີການ, (3) ໜ່ວຍງານແຜນການ-ການຮ່ວມມືສາກົນ, (4) ໜ່ວຍງານຂໍ້ມູນ ຂ່າວສານ (ສະຖິຕິ), (5) ໜ່ວຍງານເຄຫະ-ບໍລິການ, (6) ໜ່ວຍງານສັງລວມ ແລະ (7) ໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ.
ໃນສົກສຶກສາ 2014-2015 ພະນັກງານທີ່ສັງກັດໃນພະແນກຈັດຕັ້ງ-ສັງລວມມີ 6 ຄົນ ເຊິ່ງໄດ້ແບ່ງງານກັນຮັບຜິດຊອບດັ່ງນີ້:
1. ທ່ານ ແພງສີ ຄຳມຸງຄຸນ ຫົວໜ້າພະແນກ ຮັບຜິດຊອບລວມ ແລະ ລົງເລິກບາງວຽກດັ່ງນີ້: ວຽກງານເຄຫະ-ບໍລິການ (ໜ່ວຍງານເຄຫະ-ບໍລິການ) ແລະ ວຽກງານສັງລວມ (ໜ່ວຍງານສັງລວມ)
2. ທ່ານ ນ. ໃສ ສີຈັນທອງທິບ ຮອງຫົວໜ້າພະແນກ ຮັບຜິດຊອບວຽກງານຈັດຕັ້ງ-ພະນັກງານ
3. ທ່ານ ນ. ສີສະຫວາດ ແສງພະຈັນ ຫົວໜ້າໜ່ວຍງານ ເລຂານຸການ-ພິທີການ
4. ທ່ານ ບຸນມີ ນຸດສະດາວົງ ຫົວໜ້າໜ່ວຍງານແຜນການ-ການຮ່ວມມືສາກົນ
5. ທ່ານ ນ. ສາຍໝອນທອງ ມັງໜໍ່ເມກ ຫົວໜ້າໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ
6. ທ່ານ ບຸນນັດ ແກ້ວປັນຍາ ຊ່ວຍວຽກແຜນການ-ການຮ່ວມມືສາກົນ
ໃນສົກສຶກສາ 2016-2017 ພະນັກງານທີ່ສັງກັດໃນພະແນກຈັດຕັ້ງ-ສັງລວມມີ 8 ຄົນ, ຍິງ 4 ຄົນ ເຊິ່ງໄດ້ແບ່ງງານກັນຮັບຜິດຊອບດັ່ງນີ້:
1. ທ່ານ ພອນ ແສງດາລາ ຫົວໜ້າພະແນກ ຮັບຜິດຊອບລວມ ແລະ ລົງເລິກບາງວຽກດັ່ງນີ້:ວຽກງານເຄຫະ-ບໍລິການ (ໜ່ວຍງານເຄຫະ-ບໍລິການ) ແລະ ວຽກງານສັງລວມ (ໜ່ວຍງານສັງລວມ)
2. ທ່ານ ປທ ລິນທາ ຈັນທະລີມາ ຮອງຫົວໜ້າພະແນກ ຮັບຜິດຊອບວຽກງານຈັດຕັ້ງ-ພະນັກງານ
3. ທ່ານ ປທ ນ. ສີສະຫວາດ ແສງພະຈັນ ຫົວໜ້າໜ່ວຍງານຂໍ້ມູນຂ່າວສານ
4. ທ່ານ ປທ ທອງສະໄໝ ຄູນຜາລີ ຫົວໜ້າໜ່ວຍງານແຜນການ-ການຮ່ວມມືສາກົນ
5. ທ່ານ ນ. ສາຍໝອນທອງ ມັງໜໍ່ເມກ ຫົວໜ້າໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ
6. ທ່ານ ປຕ ນ. ດາວອນ ພະນັກງານ ເລຂານຸການ
7. ທ່ານ ປຕ ນ. ສົມໃຈ ບູລິດຳ ຮອງຫົວໜ້າໜ່ວຍວິຊາ ເລຂານຸການ
8. ທ່ານ ປທ ບຸນມີ ນຸດສະດາວົງ (ຮຽນຕໍ່ຕ່າງປະເທດ)
ປັດຊະຍາ
ພະແນກຈັດຕັ້ງ-ສັງລວມ ໃຫ້ຄວາມສຳຄັນກັບການມີຈັນຍາບັນ, ການມີຄວາມຮັບຜິດຊອບ ແລະ ຄວາມຊື່ຊັດຢ່າງສູງສົ່ງດ້ວຍການເຮັດສຳເລັດທຸກພາລະກິດທີ່ໄດ້ຮັບການມອບໝາຍ, ສາມັກຄີພາຍໃນ ແລະ ພາຍນອກຢ່າງໜັກແໜ້ນ, ເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ, ທຸ່ມເທ, ເອົາໃຈໃສ່ ແລະ ຫ່ວງໃຍຕໍ່ຜົນປະໂຫຍດຂອງລັດຖະກອນ ແລະ ນັກສຶກສາທຸກຄົນ.
ວັດຖຸປະສົງ
ພະແນກຈັດຕັ້ງ-ສັງລວມ ມີໜ້າທີ່ປະຕິບັດຕາມວັດຖຸປະສົງ ແລະ ໜ້າທີ່ລວມຂອງຄະນະວິທະຍາ ສາດສັງຄົມ ໃຫ້ປະສົບຜົນສຳເລັດຢ່າງມີຄຸນະພາບ ໂດຍສະເພາະ ແມ່ນບັນດາໜ້າວຽກທີ່ກ່ຽວຂ້ອງກັບ ວຽກງານຈັດຕັ້ງ-ສັງລວມ, ການພົວພັນສາກົນ ແລະ ວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ.
ຄຳຂວັນ
"ບໍລິຫານວຽກງານດ້ວຍໃຈ ຫ່ວງໃຍຕໍ່ຜົນປະໂຫຍດສ່ວນລວມ"