ພະແນກວິຊາການ

ສະພາບລວມ

ພະແນກວິຊາການແມ່ນ 1 ໃນ 6 ພະແນກຂອງຄະນະວິທະຍາສາດສັງຄົມ. ມີຫ້ອງການຕັ້ງຢູ່ທີ່ສໍານັກງານຄະນະບໍດີຄະນະວິທະຍາສາດສັງຄົມ, ຫ້ອງ 105 ແລະ 106; ປະກອບດ້ວຍ 5 ໜ່ວຍງານຄື: ໜ່ວຍງານຄຸ້ມຄອງຫຼັກສູດ-ວຸດທິບັດ, ໜ່ວຍງານສະຖິຕິ-ປະເມີນຜົນ, ໜ່ວຍງານປະກັນຄຸນນະພາບການສຶກສາ, ໜ່ວຍງານບໍລິຫານການສຶກສາ ແລະ ໜ່ວຍງານ IT ເຊິ່ງແຕ່ລະໜ່ວຍງານມີພາລະບົດບາດ ແລະ ໜ້າທີ່ ໃນການປະຕິບັດວຽກງານຕ່າງໆຕາມ ພາຍໃຕ້ການຊີ້ນຳຈາກຫົວໜ້າພະແນກວິຊາການ ແລະ ໄດ້ຮັບການຊີ້ນຳໂດຍກົງ ຈາກ ທ່ານ ຮອງຄະນະບໍດີຝ່າຍວິຊາການ ພາຍໃຕ້ການຊີ້ນໍາລວມຂອງ ຄະນະບໍດີຄະນະວິທະຍາສາດສັງຄົມ.

ພາລະບົດບາດ ແລະ ໜ້າທີ່ຂອງພະແນກວິຊາການ

ພະແນກວິຊາການ ມີພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ສຳນັກຄະນະບໍດີ ໃນການຈັດຕັ້ງປະຕິບັດວຽກງານ ການລົງທະບຽນ, ການປະເມີນຜົນການຮຽນ-ການສອນ, ບໍລິຫານຫຼັກສູດ-ວຸດທິບັດລະດັບປະລິນຍາຕີ, ວຽກງານວິຊາການ ແລະ IT ຂອງຄະນະ ດັ່ງລາຍລະອຽດລຸ່ມນີ້:

1) ສົບທົບກັບພາກວິຊາ, ພະແນກການຕ່າງໆ ເພື່ອຄົ້ນຄວ້າ ແລະ ພັດທະນາຫຼັກສູດ ການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຈຳເປັນ ແລະ ຄວາມຕ້ອງການຂອງສັງຄົມ.

2) ສົມທົບກັບແຕ່ລະພາກວິຊາເພື່ອສ້າງແຜນການພັດທະນາວິຊາການໃນແຕ່ລະສົກຮຽນ, ວາງແຜນເພື່ອຄຸ້ມຄອງການຮຽນ-ການສອນ ແລະ ປະເມີນຜົນ.

3) ພົວພັນ ແລະ ປະສານງານກັບ ມຊ ເພື່ອປະກອບສ່ວນໃນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ.

4) ສົມທົບກັບແຕ່ລະພາກວິຊາໃນການຢັ້ງຢືນໃຫ້ແກ່ນັກສຶກສາ, ເອກະສານຢັ້ງຢືນວິຊາການ, ບັນຊີຜູ້ສຳເລັດການສຶກສາໃນແຕ່ລະສົກຮຽນ ເພື່ອຮັບປະກາສະນິຍະບັດ.

5) ເປັນເສນາທິການໃຫ້ແກ່ທ່ານ ຮອງຄະນະບໍດີຝ່າຍວິຊາການໃນການກວດກາປະຕິບັດໂຄງການຫຼັກສູດການສຶກສາຂອງແຕ່ລະພາກວິຊາ.

6) ປະສານສົມທົບກັບພະແນກຄົ້ນຄວ້າວິທະຍາສາດ, ພະແນກສຶກສາຫຼັງປະລິນຍາຕີ ໃນການກໍ່ສ້າງ ແລະ ຍົກລະດັບອາຈານ ແລະ ພະນັກງານໃນ ຄສຄ.

7) ສົມທົບກັບແຕ່ລະພາກວິຊາໃນການຈັດຕັ້ງ ແລະ ແລກປ່ຽນນັກສຶກສາ, ຄັດເລືອກນັກສຶກສາໄປຕ່າງປະເທດ.

8) ຄົ້ນຄວ້າລະບຽບຫຼັກການໃນການຄຸ້ມຄອງ ແລະ ບໍລິການວິຊາການໃຫ້ແກ່ສັງຄົມ.

9) ສົມທົບກັບພາກວິຊາໃນການຈັດຊື້ອຸປະກອນການຮຽນ-ການສອນຕ່າງໆ ເພື່ອພັດທະນາຄຸນນະພາບການຮຽນ-ການສອນໃນຄະນະ.

10) ສົມທົບກັບພາກສ່ວນຕ່າງໆໃນການພັດທະນາ ຄຸ້ມຄອງລະບົບຂໍ້ມູນຂ່າວສານທີ່ຄະນະລວມສູນ ແລະ ນຳໃຊ້ຕາມພາລະບົດບາດ ສິດໜ້າທີ່ຂອງແຕ່ລະພາກສ່ວນ.

ພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະໜ່ວຍງານ

       1. ໜ່ວຍງານຄຸ້ມຄອງຫຼັກສູດ-ວຸດທິບັດ

   - ຊັບຊ້ອນຫຼັກສູດຂອງແຕ່ລະພາກວິຊາ ແລະ ກວດກາການຈັດຕັ້ງການວາງແຜນປະຕິບັດໃຫ້ສອດຄອງ.

   - ຂຶ້ນແຜນງົບປະມານຮັບໃຊ້ວຽກງານດ້ານຕ່າງໆຂອງພະແນກວິຊາການ, ຮວບຮວມ ແລະ ກວດກາແຜນງົບປະມານຂອງແຕ່ລະພາກວິຊາ ເພື່ອໃຫ້ແທດເໝາະກັບງົບປະມານຂອງຄະນະກໍຄືຂອງລັດ.

   - ເກັບກຳສະຖິຕິພະນັກສຶກສາປີສຸດທ້າຍໃນແຕ່ລະຫຼັກສູດ ເພື່ອກຽມຮັບປະກາສະນິຍະບັດ.

   - ຈັດຕັ້ງການກະກຽມອອກປະກາສະນິຍະບັດ ແລະການມອບ-ຮັບປະກາສະນິຍະບັດຂອງນັກສຶກສາພາຍໃນຄະນະ 

       2. ໜ່ວຍງານສະຖິຕິ-ປະເມີນຜົນ

   - ເກັບກຳສະຖິຕິພະນັກງານ, ອາຈານ ແລະ ນັກສຶກສາປະຈຳແຕ່ລະສົກຮຽນ ຕາມແບບຟອມຂອງ ມຊ ກໍຄືກະຊວງສຶກສາທິການ ແລະ ກິລາ ສົ່ງໃຫ້.

   - ສົມທົບກັບພາກວິຊາກວດກາ ແລະ ແຈ້ງຄະແນນຂອງນັກສຶກສາປີທີ 1 ທັງໝົດ ໃຫ້ເຂົາເຈົ້າຮັບຊາບ ເພື່ອກະກຽມການລົງທະບຽນຮຽນຄືນ, ອັບເກຣດ ແລະ ແກ້ F ຕາມກົດລະບຽບຂອງ ມຊ ວາງອອກ.

       3. ໜ່ວຍງານປະກັນຄຸນນະພາບການສຶກສາ

   - ສົມທົບກັບພາກວິຊາ ແລະ ພະແນກທີ່ກ່ຽວຂ້ອງເຂົ້າຮ່ວມການຝຶກອົບຮົມວຽກງານປະກັນຄຸນນະພາບການສຶກສາ ທີ່ທາງ ມຊ ກໍຄືທາງກະຊວງຈັດຂຶ້ນ.

   - ຊຸກຍູ້ ແລະ ສົ່ງເສີມການວາງແຜນຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບການສຶກສາຢູ່ພາຍໃນຄະນະ.

   - ກວດກາ ແລະ ປະເມີນ ວຽກງານປະກັນຄຸນນະພາບການສຶກສາພາຍໃນຄະນະຕາມທິດຊີ້ນຳຂອງ ມຊ.

   - ສົມທົບກັບພາກວິຊາເຂົ້າຮ່ວມການຝຶກອົບຮົມການຮຽນ-ການສອນແບບ E-learning ທີ່ທາງ ມຊ ຈັດຂຶ້ນ

       4. ໜ່ວຍງານບໍລິຫານການສຶກສາ

   - ຈັດຕັ້ງການລົງທະບຽນເຂົ້າຮຽນປະຈຳປີ, ລົງທະບຽນແກ້ F, ຍົກເກຣດ ແລະ ເທີມ 3 ຂອງນັກສຶກສາແຕ່ລະຊັ້ນຮຽນຂອງແຕ່ລະຫຼັກສູດ.

   - ຈັດການຮຽນ-ການສອນປີທີ 1 ພາຍໃນຄະນະ, ລວບລວມຈຳນວນໂມງສອນລະບົບຈ່າຍເງິນ, ກວດກາການຂຶ້ນຫ້ອງສອນຂອງອາຈານ.

   - ປະສານງານວຽກງານທາງດ້ານວິຊາການ ແລະ ວຽກງານດ້ານອື່ນໆກັບນັກສຶກສາປີ 1 ພາຍໃນຄະນະ.

   - ພົວພັນຄະນະອ້ອມຂ້າງເພື່ອເຊີນອາຈານມາສອນວິຊາລວມທີ່ກ່ຽວຂ້ອງກັບຫຼັກສູດຮຽນພາຍໃນຄະນະ.

   - ຈັດຕັ້ງການສອບເສັງຄັດເລືອກເອົານັກສຶກສາ ເຂົ້າຮຽນໃນຫຼັກສູດຕໍ່ເນື່ອງ ພາຍໃຕ້ການຊີ້ນຳຂອງຄະນະນຳຄສຄ ແລະ ມຊ.

       5. ໜ່ວຍງານ IT

   - ຄຸ້ມຄອງລະບົບຄອມພິວເຕີ, ຫ້ອງຄອມພິວເຕີ, ຈັດຕັ້ງການສອນ ແລະແບ່ງເວລາການສອນພາຍໃນຄະນະ.

   - ປັບປຸງ ແກ້ໄຂບັນຫາຂອງຄອມພິວເຕີແຕ່ລະຫ້ອງການພາຍໃນຄະນະ.

   - ເຜີຍແຜຂໍ້ມູນຂ່າວສານ ແລະ ເວັບໄຊຂອງຄະນະ ແລະ ພາກວິຊາພາຍໃນຄະນະ.