ສູນ RTC

     Ÿ ປະຫວັດຄວາມເປັນມາ:

 ຄະນະວິທະຍາສາດສັງຄົມ (ຄສຄ) ກໍເປັນຄະນະວິຊາໜຶ່ງທີ່ ນອນຢູ່ໃນ 13 ຄະນະຂອງມະຫາວິທະຍາໄລຫ່ງຊາດ ໃນໄລຍະປີ 2010-2012 ຄສຄ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອນ “ການສ້າງ ຄວາມເຂັ້ມແຂງ ດ້ານການຝຶກອົບຮົມກ່ຽວກັບການປະເມີນຜົນ ກະທົບຕໍ່ສັງຄົມ ແລະ ການປົກປ້ອງສັງຄົມ” ຫຼື PICELA 001 ເປັນ​ມູນ​ຄ່າ 80,000 ໂດ​ລາ​ສະ​ຫະ​ລັດ ໂດຍການສະໜັບສະໜູນ ຂອງທະນາຄານໂລກ ຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ເຊິ່ງ​ໂຄງ​ການ​ຍ່ອຍ​ຂອງ ຄສຄ ໄດ້​ສຳ​ເລັດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຫຼາຍໆ​ກິດ​ຈະ​ກຳ ເປັນ​ຕົ້ນ ການ​ສ້າງຫຼັກ​ສູດ​ຝຶກ​ອົບ​ຮົມ, ການ​ຈັດ​ຝຶກ​ອົບ​ຮົມ​ໃຫ້​ກຸ່​ມ​ເປົ້າ​ໝາຍ, ການ​ຈັດ​ພີມ​ປື້ມ​ຕຳ​ລາ, ການ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ພາຍ​ໃນ-ຕ່າງ​ປະ​ເທດ, ການສ້າງຄູ່ຮ່ວມງານກັບ ຫຼາຍພາກສ່ວນ ນັບທັງ ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນ ຄສຄ ໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈກັບສູນຄົ້ນຄ້ວາ ແຫ່ງຊາດດ້ານການຈັດ​ສັນຍົກຍ້າຍ ຂອງວິທະຍາໄລບໍລິຫານລັດ, ມະຫາວິທະຍາໄລ ໂຮຮາຍ, ສປ ຈີນ ໃນ 13/4/2013.

      ພ້ອມດຽວກັນນີ້, ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ1 ໄດ້ມີການຈັດທັດສະນະສຶກສາ ແລະ ຮຽນຮູ້ ບົດຮຽນການຄຸ້ມຄອງການຈັດ​ສັນຍົກຍ້າຍ ປະຊາຊົນອອກຈາກ ໂຄງການພັດທະນາຢູ່ ສປ ຈີນ ໃຫ້ແກ່ຄະນະຜູ້ແທນຂັ້ນ​ສູງຂອງ ສປປ ລາວ ແລະ ເມື່ອ​ກັບ​ມາແລ້ວຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ​ຈຶ່ງ​ໄດ້​ມາ​ຈັດ​ກອງ​ປະ​ຊຸມ​ຖອດ​ຖອນ​ບົດ​ຮຽນ ແລະ ໄດ້ສະເໜີໃຫ້ມະຫາ ວິທະຍາໄລແຫ່ງຊາດ ສືບ​ຕໍ່ເຮັດການຄົ້ນຄວ້າ ແລະ ຊອກຫາແຫຼ່ງ ທຶນ ເພື່ອມາພັດທະນາສູນຄົ້ນຄວ້າ ກ່ຽວກັບການຄຸ້ມຄອງການ ຈັດສັນຍົກຍ້າຍຢູ່ສປປ ລາວ ອີກດ້ວຍ. ດ້ວຍເຫດຜົນດັ່ງກ່າວ, ຄະນະຜູ້ບໍລິຫານຍ່ອຍ PICELA 001 ຂອງຄະ​ນະ​ວິ​ທະ​ຍາ​ສາດ​ສັງ​ຄົມ ມະຫາວິທະຍາໄລແຫ່ງຊາດ ນຳ​ໂດຍ​ທ່ານ​ອາ​ຈານ ປະ​ລິນ​ຍາ​ເອກ ສາຍ​ໃຈ ສີ​ລາ​ເດດ ໂດຍການສົມທົບກັບຫ້ອງການທະນາ ຄານໂລກປະຈໍາ ສປປ ລາວ  ແລະ ກອງທຶນປົກປັກຮັກສາສິ່ງ ແວດລ້ອມ ຈຶ່ງໄດ້ນໍາເອົາຂໍ້ສະເໜີດັ່ງກ່າວມາພັດທະນາໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປລາວ ໄລຍະ2 ຊື່ງໃນ​ທີ່​ສຸດ ຄສຄ ໄດ້ຮັບທຶນມາຈັດຕັ້ງປະຕິບັດໂຄງການຍ່ອຍສ້າງຄວາມສາ ມາດດ້ານການສຶກສາການປ້ອງກັນສັງຄົມ ຫຼື ເອີ້ນ​ຫຍໍ້​ວ່າ ໂຄງ​ການ PICEL-LENS2-006 ໂດຍໄດ້ເຊັນຊັນຍາມອບຮັບໂຄງ​ການ ຢ່າງເປັນທາງການລະຫວ່າງ ກປສ ແລະ ຄສຄ ໃນວັນທີ 21/6/  2016 ຊຶ່ງ​ມີ​ມູນຄ່າ​ທັງ​ໝົດ 740,000 ໂດ​ລາ​ສະ​ຫະ​ລັດ ​ຫຼື  5,994,000,000 ກີບ ແລະ ຈະສິ້ນສຸດໃນ 30/12/2020. ກິດ​ຈະ​ກຳ​ຕົ້ນ​ຕໍ​ຂອງ​ໂຄງ​ການ​ປະ​ກອບ​ມີ ການ​ສ້າງຫຼັກ​ສູດ​ຝຶກ​ອົບ​ຮົມ, ການ​ຈັດ​ຝຶກ​ອົບ​ຮົມ​ໃຫ້​ກຸ່ມ​ເປົ້າ​ໝາຍ, ການ​ສ້າງຫຼັກ​ສູດ​ປະ​ລິນ​ຍາ​ໂທ​ສາ​ຂາ​ການ​ຄຸ້ມ​ຄອງ​ສັງ​ຄົມ ແລະ ການ​ຈັດ​ສັນ​ຍົກ​ຍ້າຍ, ການ​ສ້າງ​ສູນ​ຄົ້ນ​ຄວ້າ ແລະ ຝຶກ​ອົບ​ຮົມ​ດ້ານ SIA ແລະ ການ​ຄຸ້ມ​ຄອງ​ການ​ຈັດ​ສັນ​ຍົກ​ຍ້າຍ, ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ສະ​ພາບ ການ​ຄຸ້ມ​ຄອງ​ການ​ຈັດ​ສັນ​ຍົກ​ຍ້າຍ​ຢູ່​ລາວ, ການ​ຈັດ​ພີມ​ປື້ມ​ຕຳ​ລາ, ການ​ຈັດ​ຊື້​ພາ​ຫະ​ນະ ແລະ ອຸ​ປະ​ກອນ​ຕ່າງໆ. ສຳ​ລັບ ສູນ​ຄົ້ນ​ຄວ້າ ແລະ ຝຶກ​ອົບ​ຮົມດ້ານ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ການ​ຄຸ້ມ​ຄອງ​ການ​ຈັດ​ສັນ​ຍົກ​ຍ້າຍ (Research and Training Centre on Social Impact Assessmenet and Resettlement Management) ຫຼື ເອີ້ນ​ຫຍໍ້​ວ່າ ສູນ RTC ​ແມ່ນ​ໄດ້​ຮັບ​ອະ​ນຸ​ມັດ​ສ້າງ​ຕັ້ງ​​ຢ່າງ​ເປັນ​ທາງ​ການ ຕາມ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ ສະ​ບັບເລກທີ 4584/ມຊ ລົງວັນທີ 07 /11/2017.

     Ÿ ທີ່ຕັ້ງ

 ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບ ຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ ແມ່ນມີຖາ​ນະ​ເທົ່າ​ກັບ​ພະ​ແນກ​ການ​ຕ່າງໆ ​ທີ່​ສັງ​ກັດ​ໃນ​ໂຄງ​ຮ່າງ​ການ​ຈັດ​ຕັ້ງ​ຂອງ ​ຄ​ສ​ຄ ຊຶ່ງ​ມີຫ້ອງການຕັ້ງຢູ່ຊັ້ນ 2 (ຕຶກສໍານັກງານພາກວິຊາຕ່າງໆ) ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາ ເຂດດົງໂດກ ນະຄອນຫຼວງວຽງຈັນ  ສປປລາວ. ນອນຢູ່ລະ ຫວ່າງເສັ້ນແວງທີ່ 18° 2 28.32’’ ເໜືອ ແລະ ເສັ້ນຂະໜານທີ່ 102° 38 13.12’’ ຕາເວັນອອກ.               

 Ÿ ວັດຖຸປະສົງຂອງ​ສູນ:

1) ເພື່ອເປັນສູນສໍາຫຼວດ, ປະເມີນຜົນ, ຄົ້ນຄວ້າ, ທົບທວນ ແລະ ຂຽນລາຍງານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການ ຄຸ້ມຄອງການຈັດສັນຍົກຍ້າຍ;

2) ເພື່ອເປັນສູນຝຶກອົບຮົມໃຫ້ແກ່ອາຈານ, ນັກສຶກສາ, ພະ ນັກງານພາກລັດ-ເອກະຊົນ ແລະ ຜູ້ພັດທະນາທີ່ເຮັດວຽກກ່ຽວ ຂ້ອງກັບການປ້ອງກັນສັງຄົມ, ການປະເມີນຜົກກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ;

3) ເພື່ອເປັນສູນບໍລິການວິຊາການແບບສະຫະຊີບໃຫ້ແກ່ຜູ້ ວາງນະໂຍບາຍ, ຜູ້ພັດທະນາ, ຜູ້ຈັດຕັ້ງປະຕິບັດ ແລະ ຜູ້ຕິດຕາມ-ປະເມີນຜົນໃນການຄຸ້ມຄອງຈັດສັນຍົກຍ້າຍ, ການພັດທະນາເສດ ຖະກິດ-ສັງຄົມ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆ.

4) ເພື່ອເປັນສູນຂໍ້ມູນຂ່າວສານ ແລະ ສູນຮຽນຮູ້ກ່ຽວກັບ ການປ້ອງກັນສັງຄົມ, ການປະເມີນຜົນກະທົບຕໍ່ສັງຄົມ ແລະ ການ ຄຸ້ມຄອງການຈັດສັນຍົກຍ້າຍຈາກໂຄງການພັດທະນາຕ່າງໆ.

Ÿ ພາລະບົດບົດຂອງ​ສູນ:

 - ເປັນເສນາທິການໃຫ້ແກ່ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ, ທະນາຄານໂລກ, ກອງທຶນປົກ ປັກຮັກສາສິ່ງແວດລ້ອມ, ກະຊວງທີ່ເຮັດວຽກກ່ຽວຂ້ອງ, ອົງ ການປົກຄອງທອງຖິ່ນ ແລະ ຜູ້ພັດທະນາໂຄງການ;

 - ມີຖານະເທົ່າກັບພະແນກການຕ່າງໆ ໃນຖານະເປັນເສນາ ທິການທີ່ສັງກັດ ຢູ່ໃນໂຄງຮ່າງການຈັດຕັ້ງຂອງຄະນະວິທະຍາສາດ ສັງຄົມ ມະຫາວິທະຍາໄລແຫ່ງຊາດ ໂດຍການຮ່ວມມືກັບ ຫ້ອງການທະນະຄານໂລກປະຈໍາ ສປປ ລາວ, ກອງທຶນປົກປັກ ຮັກສາສິ່ງແວດລ້ອມ, ກະຊວງທີ່ກ່ຽວຂ້ອງ, ຜູ້ພັດທະນາ ແລະ ສູນຄົ້ນຄວ້າຂອງປະເທດເພື່ອນບ້ານ.

     Ÿ ໜ້າທີ່ຂອງສູນ:

  - ເຮັດການຄົ້ນຄວ້າວິໄຈ ແລະ ການ​ປະ​ເມີນ​ຜົນ​ກະ​ທົບ ຕໍ່ສັງຄົມ, ປະເມີນຜົນກະທົບຕໍ່ວັດທະນະທໍາ-ຊົນເຜົ່າ, ການຄຸ້ມ ຄອງການຈັດສັນຍົກຍ້າຍ, ຂຽນແຜນຄຸ້ມຄອງ ການຈັດສັນ ຍົກຍ້າຍ, ສຶກສາຜົນກະທົບຂອງໂຄງການພັດທະນາ ແລະ ສະພາບການປັບປຸງຊີວິດການເປັນຢູ່ ແລະ ຫົວຂໍ້ອື່ນໆ;

 - ຈັດຝຶກອົບຮົມ ກ່ຽວກັບນະໂຍບາຍປ້ອງກັນສັງຄົມ, ການ ປະເມີນຜົນກະທົບຕໍ່ສັງຄົມ, ການປະເມີນຜົນກະທົບຕໍ່ວັດ ທະນະທໍາ-ຊົນເຜົ່າ, ການຄຸ້ມຄອງການຈັດສັນຍົກຍ້າຍ, ພາວະຜູ້ນໍາເພື່ອການຮ່ວມມືໃນການພັດທະນາ ແລະ ຫົວຂໍ້ອື່ນໆ.

 - ບໍລິການວິຊາການແບບສະຫະວິຊາຊີບ ໃນ​ການທົບທວນ, ການ​ປະ​ກອບ​ຄຳ​ເຫັນ ແລະ ໃຫ້ຄໍາປຶກສາທາງ​ດ້ານ​ວິ​ຊາ​ການ​ແກ່​​ຜູ້​ພັດ​ທະ​ນາ, ບໍ​ລິ​ສັດ, ໂຄງ​ການ ແລະ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ;

- ບໍລິການຂໍ້ມູນຂ່າວສານກ່ຽວ​ກັບ​ການ​ປ້ອງ​ກັນ​ສັງ​ຄົມ, ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ, ການ​ຈັດ​ສັນ​ຍົກ​ຍ້າຍ ແລະ ອື່ນໆ.

     Ÿ ຄູ່ຮ່ວມງານ

      - ຄູ່ຮ່ວມງານພາຍໃນປະເທດ: ຄະນະວິຊາຕ່າງໆຂອງມະ ຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາຊັ້ນສູງອື່ນໆ,   ຫ້ອງການທະນາຄານໂລກປະຈໍາລາວ, ກອງທຶນປົກປັກຮັກສາ ສິ່ງແວດລ້ອມ, ກົມທີ່ກ່ຽວຂ້ອງຂອງກະຊວງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ, ອົງການ ກວດກາລັດຖະບານ, ອົງການກວດສອບ, ພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຜູ້ພັດທະນາໂຄງການ, ຂະແໜງການທີ່ກ່ຽວຂ້ອງ, ບ້ານ​ຈັດ​ສັນ ແລະ ໂຄງ​ການຕ່າງ​ໆ.

    - ຄູ່ຮ່ວມງານພາຍນອກ: National Research Centre for Resettlement (NRCR) of Hohai University-China, Learning Centre on Environmental and Social Sustainability (LC) of Asian Institute of Technology in Vietnam, Faculty of Social Sciences and Humanities of Mahidol University-Thailand, Naresuan Institute for Community Empowerment or NICE of Naresuan University – Thailand ແລະ ອື່ນໆ.

Ÿ ໂຄງປະກອບ:

1) ບຸກຄະລາກອນ

    - ພະນັກງານບໍລິຫານສູນ: ໃນໄລຍະແຕ່ 21/06/2016-30/12/2020 ແມ່ນນໍາໃຊ້ຄະນະຮັບຜິດຊອບໂຄງການສ້າງຄວາມ ສາມາດດ້ານການສຶກສາການປ້ອງກັນສັງຄົມ ໂດຍໄດ້ແຕ່ງຕັ້ງ ຫົວໜ້າໂຄງການເປັນຫົວໜ້າສູນ ເພື່ອບໍລິຫານວຽກງານໂຄງການ ແລະ ສູນ ໃຫ້​ສາ​ມາດ​ປະ​ຕິ​ບັດ​ກິດ​ຈະ​ກຳ​ໄປ​ພ້ອມໆ​ກັນ.

    - ພະນັກງານວິຊາການ: ທາງສູນໄດ້ມີການເຕົ້າໂຮມ ແລະ ເຊີນເອົາອາຈານທີ່ມີວຸດທິການສຶກສາລະດັບປະລິນຍາເອກ-ໂທ ຈາກຫຼາຍສາຂາວິຊາຊີບ, ພະນັກງານບໍານານ ແລະ ພະນັກງານ ຂອງກະຊວງທີ່ກ່ຽວຂ້ອງມາເຮັດວຽກເປັນທີມງານວິ​ຊາ​ການ.

2) ໂຄງຮ່າງການຈັດຕັ້ງ

RTC

0
0
0
s2sdefault

2) ໂຄງຮ່າງການຈັດຕັ້ງRTC

ໝວດໝູ່ຍ່ອຍ