1. ຄວາມເປັນມາຂອງພາກວິຊາ
ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ (ພທຮ) ເປັນພາກ ວິຊາໜຶ່ງທີ່ຂຶ້ນກັບຄະນະວິທະຍາສາດສັງຄົມ ມະຫາວິຊາທະຍາໄລແຫ່ງຊາດໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2005 ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະວິທະຍາສາດສັງຄົມ ແລະ ດໍາເນີນໜ້າທີ່ການສິດສອນ, ສ້າງບຸກຄະລາກອນດ້ານການທ່ອງທ່ຽວ ແລະ ການໂຮງແຮມ , ເຜີຍແຜ່ວັດທະນາທໍາອັນດີງາມຂອງຊາດ ເຮັດການຄົ້ນຄວ້າວິທະຍາສາດ ແລະ ບໍລິການສັງຄົມ. ການປະຕິບັດໜ້າທີ່ຂອງພາກວິຊາແມ່ນດໍາເນີນໄປພາຍໃຕ້ຄໍາຂວັນທີ່ວ່າ“ສອນດີ ຮຽນເກັ່ງ ເຄັ່ງຄັດວິໄນ ໃສ່ໃຈຮຽນຮູ້ ຄຽງຄູ່ຄຸນນະທຳ ນໍາຄວາມ ເປັນເລີດດ້ານວິຊາການ” ເພື່ອໃຫ້ສຶບທອດຕາມວິໄສທັດ ທີ່ວ່າ: “ສ້າງພາກວິຊາໃຫ້ເປັນແຫຼ່ງຮຽນຮູ້, ຄົ້ນຄວ້າທາງດ້ານວິຊາການ ທ່ອງທ່ຽວ ແລະ ການໂຮງແຮມ, ອະນຸຮັກ - ສົ່ງເສີມສິລະປະວັດທະນາທໍາຂອງຊາດ ແລະ ຮັບເອົາວັດທະນາທໍາ ສາກົນໂດຍມີການເລືອກເຟັ້ນ”. ພທຮ ມີສໍານັກງານຕັ້ງຢູ່ແຄມທາງໃຫຍ່ໃຈກາງ ມຊ ກົງກັນຂ້າມກັບ Book shop ຢູ່ລະຫວ່າງກາງສະຖາບັນຂົງຈື້ ແລະ ສູນພັດທະນາພາສາຝຣັ່ງ.
2. ກົງຈັກການຈັດຕັ້ງ
ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ ປະກອບມີ ອາຈານປະຈຳພາຍໃນພາກວິຊາຈຳນວນ 15 ທ່ານ ໃນນີ້ມີ ຮສ 1 ທ່ານ, ປະລິນຍາເອກ 2 ທ່ານ, ປະລິນຍາໂທ 11 ທ່ານ, ແລະ ປະລິນຍາຕີ 1 ທ່ານ. ນອກຈາກນີ້, ອາຈານທີ່ສອນປະຈຳທີ່ບໍ່ໄດ້ສັງກັດໃນພາກວິຊາຈຳນວນ 6 ທ່ານ ແລະ ອາຈານສອນຮັບເຊີນຈຳນວນ 8 ທ່ານ.
ຫົວໜ້າພາກວິຊາ:
ຮສ ປທ ນ. ຄໍາຜູ ເພັດໄຊສີ
ຮອງຫົວໜ້າພາກວິຊາຝ່າຍວິຊາການ:
ຊອ ປທ ນ. ສີປະໄພ ປັນຕະຍານົນ
ຮອງຫົວໜ້າພາກວິຊາຝ່າຍບໍລິຫານ:
(ວ່າງ)
ຜູ້ຊ່ວຍຫົວໜ້າພາກວິຊາ
ຊອ ປທ. ເມນິລາດ ສີມົງຄຸນ
ພາກວິຊາປະກອບມີ 5 ໜ່ວຍວິຊາ ແລະ 1 ໜ່ວຍງານ ຄື້:
ໜ່ວຍວິຊາການຈັດການການທ່ອງທ່ຽວ:
ຊອ ປທ. ເມນິລາດ ສີມົງຄຸນ
ໜ່ວຍວິຊາການພັດທະນາຊັບພະຍາກອນການທ່ອງທ່ຽວ:
ຊອ ປທ ນ. ແສງມະນີ ກອງເງິນ
ໜ່ວຍວິຊາເຕັກນິກການນໍາທ່ຽວ:
ຊອ ປທ ນ. ພຸດທະສອນ ນວນສະຫວັນ
ໜ່ວຍວິຊາບໍລິຫານການໂຮງແຮມ:
ປທ. ແອດສະປາຍ ດວງຕາວັນ
ໜ່ວຍວິຊາພັດຕະຄານ ແລະ ອາຫານ:
ຊອ ປທ ນ. ຂັນມະນີ ກົມມະນີວັນ
ໜ່ວຍງານບໍລິຫານວິຊາການ:
ຊອ ປທ. ພົນນິກອນ ສຸຂະເສີມ
ຊອ ປທ. ຄໍາວອນ ຄອນວິຊຳ
ມີອາຈານສອນປະຈໍາທີ່ສັງກັດໃນພາກວິຊາ ແລະ ບໍ່ສັງກັດໃນພາກວິຊາ ຄື:
ຮສ ປທ. ສະເຫຼີມສັກ ພາບຸດດີ
ປອ ນ. ສຸພິນ ວົງມະຈັນ
ປອ. ບຸນມີ ນຸດສະດາວົງ
ປທ ນ. ຈັນເພັງ ປະທຸມມະລັງສີ
ປທ ນ. ຄຳສະໄຫວ ປະສານໃຈ
ຊອ ປທ ນ. ພວງມາລີ ສຸດທິວົງ
ປຕ ນ. ນວນອານົງ ວົງມະຈັນ
ຊອ ປທ. ທອງສະໄໝ ຄູນຜາລີ
ຊອ ປທ. ລິນທາ ຈັນທະລີມາ
ຊອ ປທ ນ. ລັດດາວອນ ດວງບຸບຜາ
ຊອ ປທ. ວິໄລທ່ຽງ ສີສຸວົງ
ອຈ ປທ ນ. ແກ້ວມະນີ ມາກວິໄລ
ປທ ນ. ແສງເດືອນ ອຸໄລແສງ
ປຕ. ສຸນັນໄຊ ວົງໂພຄຳ
ປຕ. ຈັນວິໄລ ແພງສີ
ປທ ທ່ຽງ ອິນປັນຍາ
ຊອ ປທ. ອຸທູມພອນ ແສນສະທິດ ກໍ່າລັງສຶກສາຕໍ່ຢູ່ຕ່າງປະເທດ
ປຕ. ບຸນນັດ ແກ້ວປັນຍາ ກໍ່າລັງສຶກສາຕໍ່ຢູ່ຕ່າງປະເທດ
ຮສ ປທ. ຄໍາຍິນ ສານຍາວົງ ອາຈານສອນຮັບເຊີນ
3. ວຽກງານວິຊາການ
ພາກວິຊານການທ່ອງທ່ຽວ ແລະ ການໂຮງແຮມປະກອບມີ 4 ຫຼັກສູດຄື: ຫຼັກສູດການທ່ອງທ່ຽວ ແລະ ຫຼັກສູດການໂຮງແຮມລະ ບົບ 4 ປີ. ຫຼັກສູດການທ່ອງທ່ຽວ ແລະ ຫຼັກສູດການໂຮງແຮມ ປະລິນ ຍາຕີ (ຕໍ່ເນື່ອງ) ລະບົບ 2 ປີ. ໂດຍສິດສອນທິດສະດີຄຽງຄູ່ກັບການປະຕິບັດຕົວຈິງທັງໃນ ແລະ ນອກສະຖານທີ່ເຊັ່ນ: ການຈັດຕະຫຼາດນັດຂອງນັກສຶກສາ, ການຈັດການປະຊຸມ ການຈັດທົວຈໍາລອງ, ການປຸງແຕ່ງອາຫານ, ການປະສົມເຄື່ອງດື່ມ, ການບໍລິການ ແລະ ການລົງທັດສະນະສຶກສາ. ນອກຈາກນີ້, ຍັງມີການລົງຝຶກງານໃນສໍານັກງານພາກລັດ ແລະ ສະຖານປະກອບການຕ່າງໆ.
ການປະຕິບັດປຸງແຕ່ງອາຫານພາຍໃນຫ້ອງຄົວເປັນໜຶ່ງວິຊາທີ່ນອນໃນຫຼັກສູດການໂຮງແຮມເພຶ່ອເປັນການເສີມສ້າງຄວາມສຳນານໃຫ້ກັບນັກສຶກສາພາຍຫຼັງທີ່ຮຽນຈົບພາກທິດສະດີເຊັ່ນ: ການປຸງແຕ່ງ ອາຫານ ແລະ ການປະສົມເຄື່ອງດື່ມ..
ສໍາລັບຫຼັກສູດຕໍ່ເນື່ອງໄລຍະເວລາຮຽນແມ່ນ 2 ປີ ມີການຮຽນ ໃນວັນສຸກ ແລະ ວັນເສົາ ເປີດສອນນັບແຕທ່ສົກ 2013-14 ຜ່ານມາມີ ນັກສຶກສາສຳເລັດການສຶກສາແລ້ວ 5 ຊຸດ.
ນອກຈາກການສິດສອນແລ້ວອາຈານໃນພາກວິຊາຍັງໄດ້ດໍາເນີນການຄົ້ນຄວ້າວິໄຈເຊິ່ງມີຜົນງານວິໄຈຫຼາຍກວ່າ 10 ໂຄງການ ໃນໄລຍະຜ່ານມາ, ສາມາດເຮັດການຄົ້ນຄວ້າສຳເລັດ 8 ໂຄງການ ແລະ ກໍາລັງດໍາເນີນຢູ່ອີກ 3 ໂຄງການ. ມີຜົນງານໄດ້ຮັບລາງວັນນັກວິໄຈດີເດັ່ນລະດັບຊາດ 1 ທ່ານ. ຄຽງຄູ່ກັບການເຮັດຄົ້ນຄ້ວາພາກວິຊາຍັງໄດ້ເຊັນສັນຍາຮ່ວມມືກັບພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ໄດ້ມີການເຊັນ MOA ກັບໂຮງແຮມ Crown Plaza ແລະ ໂຄງການພັດທະນາໂຄງຮ່າງພື້ນຖານເພື່ອສົ່ງເສີມການທ່ອງ ທ່ຽວ ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະ ນາທໍາ ແລະ ທ່ອງທ່ຽວ.
ນັກສຶກສາໃນ ພທຮ ຍັງສາມາດຍາດແຍ່ງເອົາທຶນໃນການທັດສະ ນະສຶກສາຕ່າງປະເທດ ແລະ ທຶນສະໜັບສະໜູນການສຶກສາໄດ້ ຫຼາຍທຶນໃນແຕ່ລະປີ.
ນອກຈາກນີ້, ຍັງເປີດການສອນລະດັບປະລິຍາໂທ ສາຂາການບໍລິ ຫານອຸດສາຫະກຳການທ່ອງທ່ຽວ ເຊິ່ງເປີດການສິດສອນແຕ່ສົກ 2012-2013 ເປັນຕົ້ນມາ ສຳເລັດການສຶກສາໄປແລ້ວ 6 ຊຸດ.
4. ວຽກງານນອກຫຼັກສູດ
ພາກວິຊາການທ່ອງທ່ຽວ ແລະ ການ ໂຮງແຮມຍັງໄດ້ເຄື່ອນໄຫວປະຕິບັດຕາມ 5 ຫຼັກມູນຂອງການສຶກສາ ໂດຍໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານນອກຫຼັກສູດ ຄື: ວຽກງານສິລະປະ, ກິລາ ແລະ ການອອກແຮງງານ. ວຽກງານອາສາສະໝັກມີການເຄື່ອນໄຫວເປັນແຕ່ລະໄລຍະ ປະກອບກັບການເຄື່ອນໄຫວຂອງພາກວິຊາ, ຄະນະ ແລະ ມະຫາວິທະຍາໄລຈັດຂຶ້ນ.
ເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບການດຳເນີນຢ່າງຕໍ່ໍ່ເນື່ອງ ເຫັນໄດ້ເຖິງຜົນງານທີ່ດີເດັ່ນ ແລະ ຮັກສາຜົນງານໄດ້ຕໍ່ໄປໃນອານາຄົດ ພາກ ສ່ວນຕ່າງໆ ໃນພາກວິຊາໄດ້ມີການສະຫລຸບຜົນງານ ແລະ ວາງແຜນຕໍ່ໜ້າ ແລະ ຈັບມືສ້າງຂໍ້ແຂ່ງຂັນ.
ນອກຈາກວຽກງານພາຍໃນແລ້ວ ອາສາສະໝັກ ແລະ ນັກສຶກສາ ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມຍັງໄດ້ມີການເຄື່ອນໄຫວພາຍນອກອີກເຊັ່ນ: ການເປັນອາສາສະໝັກຮັບໃຊ້ວຽກງານກອງປະ ຊຸມຕ່າງໆ ແລະ ບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ.
Facebook : ພາກວິຊາການທ່ອງທ່ຽວ ແລະ ໂຮງແຮມ
Department of Tourism and Hotel
Tel: 021771709
Fax: 021771709