- ປະຫວັດຄວາມເປັນມາຂອງພາກວິຊາ
ຄະນາຈານພາກວິຊາການເມືອງແລະບໍລິຫານລັດຖະກິດ
ພາກວິຊາໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 31 ເດືອນ ມັງກອນປີ 1986 ເອີ້ນວ່າ: ພະແນກທິດສະດີມາກ-ເລນິນ ຂຶ້ນກັບມະຫາວິທະຍາໄລສ້າງຄູວຽງຈັນ (ມສຄ) ມີຈຸດປະສົງ ສ້າງຄູສອນວິຊາສຶກສາພົນລະເມືອງຊັ້ນມັດທະຍົມຕອນປາຍ; ປີ 1992 ໄດ້ມີການປັບປຸງຫຼັກສູດ ແລະ ປ່ຽນຊື່ເປັນພະແນກວິທະຍາສາດການເມືອງ; ປີ 1996 ມະຫາວິ ທະຍາໄລແຫ່ງຊາດໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພະແນກວິທະຍາສາດການເມືອງໄດ້ປ່ຽນຊື່ເປັນພາກວິຊາວິທະຍາສາດການເມືອງທີ່ຂຶ້ນກັບຄະນະພາສາວັນນະຄະດີ ແລະ ມະນຸດສາດ; ໃນປີ 2000 ພາກວິຊາໄດ້ຂຶ້ນກັບຄະນະວິທະຍາສາດສັງຄົມ; ປີ 2011 ໄດ້ແຍກເປັນ 2 ພາກວິຊາຄື: ພາກວິຊາການເມືອງ ແລະບໍລິຫານລັດຖະກິດ ແລະພາກວິຊາສັງຄົມສົງເຄາະ ແລະການພັດທະນາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ.
ພາກວິຊາໄດ້ດຳເນີນການຮຽນການສອນໃນຫຼາຍຫຼັກສູດມາແລ້ວຄື: ຫຼັກສູດລະດັບປະລິນຍາຕີລະບົບ 2+3, 1+4, 0+4 ແລະ ລະບົບຕໍ່ເນື່ອງ 2 ປີເຄີ່ງ. ໃນປັດຈຸບັນມີ 2 ຫຼັກສູດຄື: ລະບົບ 4 ປີ ແລະ ລະບົບຕໍ່ເນື່ອງ 2 ປີ.
- ປັດຊະຍາຂອງຫຼັກສູດ
ພາກວິຊາການເມືອງ ແລະ ບໍລິຫານລັດຖະກິດມີວິໄສທັດສ້າງນັກວິຊາການທາງການເມືອງ ແລະ ບໍລິຫານລັດຖະກິດໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີໂລກະທັດວິທະຍາສາດ, ມີທັດສະນະຫຼັກໝັ້ນການເມືອງ ຂອງຊົນຊັ້ນກໍາມະກອນເພື່ອຕອບສະໜອງຊັບພະຍາກອນມະນຸດໃຫ້ແກ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່. ດັ່ງນັ້ນ, ການຮຽນຮູ້ດ້ານການເມືອງ ແລະ ບໍລິ ຫານລັດຖະກິດ ຈິ່ງມີຄວາມໝາຍສໍາຄັນຕໍ່ການເສີມສ້າງ, ບູລະ ນະ ແລະຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດໃຫ້ ປາກົດຜົນເປັນຈິງ.-
- ຈຸດປະສົງຂອງຫຼັກສູດ
ເພື່ອກໍ່ສ້າງພະນັກງານນັກວິຊາການໃນຂະແໜງການເມືອງ ແລະ ບໍລິຫານລັດຖະກິດ ທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ສ້າງໃຫ້ນັກສຶກສາມີແນວຄິດຄຸນສົມບັດສິນທໍາປະຕິວັດ, ມີທັດສະນະການເມືອງຖືກຕ້ອງ, ມີແນວຄິດຮັກຊາດຮັກລະບອບ ໃໝ່, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມສາມັກຄີບັນ ດາເຜົ່າ, ຮູ້ອານຸຮັກວັດທະນະທໍາອັນດີງາມຂອງຊາດ.
ສ້າງໃຫ້ນັກສຶກສາມີຄວາມຮູ້ ຄວາມສາມາດ ດ້ານວິຊາການ,ມີຈັນຍາບັນ, ຮັກອາຊີບຂອງຕົນກ່ຽວກັບການເມືອງ ແລະ ການບໍລິຫານລັດ.
ຜູ້ສໍາເລັດໃນການສຶກສາໃນສາຂານີ້ ສາມາດເຮັດວຽກຢູ່ໃນບັນດາສໍານັກງານ ອົງການທັງພາກລັດ ແລະ ເອກະຊົນທີ່ຖືກຕ້ອງຕາມແຜນນະໂຍບາຍຂອງພັກ-ລັດຖະບານກັບວຽກງານທີ່ກ່ຽວຂ້ອງ.
ຜູ້ທີ່ສໍາເລັດການສຶກສາຕາມຫຼັກສູດການເມືອງ ແລະບໍລິຫານລັດຖະກິດ ສາມາດສຶກສາຄົ້ນຄວ້າໃນລະດັບທີ່ສູງກ່ວາໃນສາຂາວິຊາທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ.
- ໂຄງປະກອບການຈັດຕັ້ງ
ຄະນະຜູ້ບໍລິຫານຂອງພາກວິຊາການ ເມືອງ ແລະ ບໍລິຫານລັດຖະກິດປະກອບ ດວ້ຍຫົວໜ້າພາກວິຊາ 1 ທ່ານ, ຮອງຫົວໜ້າພາກວິຊາ 2 ທ່ານ, ຍິງ 2 ທ່ານ, ມີ 3 ໜ່ວຍວິຊາຄື: ໜ່ວຍວິຊາປັດຊະຍາ ແລະ ເສດຖະສາດການເມືອງ, ໜ່ວຍວິຊາການເມືອງ ແລະ ການພັດທະນາ, ໜ່ວຍວິຊາກົດ ໝາຍ ແລະ ການບໍລິຫານລັດ. ໃນແຕ່ລະໜ່ວຍວິຊາມີຫົວໜ້າ ແລະ ຮອງ. ມີອາຈານສອນປະຈໍາໃນຫຼັກສູດ 16 ທ່ານ, ຍິງ 6 ທ່ານ. ປະລິນຍາເອກ 1 ທ່ານ, ປະລິນຍາໂທ 14 ທ່ານ, ກໍາລັງສຶກສາປະລິນຍາໂທ 1 ທ່ານ. ຮອງສາດສະດາຈານ 1 ທ່ານ, ອາຈານ 5 ທ່ານ, ຜູ້ຊ່ວຍອາຈານ 6 ທ່ານ
- ລະບົບການສຶກສາ
ລະບົບການສຶກສາແບບໜ່ວຍກິດ, 1 ໜ່ວຍກິດເທົ່າກັບ:
- 1 ຊົ່ວໂມງປາຖັກກະຖາ ຫຼືທິດສະດີເທົ່າກັບ 1 ໜວ່ຍກິດ
- 2 ຊົ່ວໂມຂຶ້ນນໍາພາຄົ້ນຄວ້າເທົ່າ 1 ໜ່ວຍກິດ.
- 3 ຊົ່ວໂມງຄົ້ນຄວ້າດວ້ຍຕົນເອງເທົ່າ 1 ໜ່ວຍກິດ.
- ໜຶ່ງສົກສຶກສາແບ່ງເປັນ 2 ພາກຮຽນ
- ໜຶ່ງພາກຮຽນມີ 20 ອາທິດ: ຮຽນຕົວຈິງ 16 ອາທິດ, ທວນຄືນແລະ ສອບເສັງພາກຮຽນ 2 ອາທິດ, ແຮວັນພັກຕ່າງໆ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ.
- ໜຶ່ງອາທິດຮຽນ 5 ວັນ (ຈັນ-ສຸກ) ຕໍ່າສຸດ 20 ຊົ່ວໂມງ, ສູງສຸດ 35 ຊົ່ວໂມງ.
- ໜຶ່ງວັນຮຽນ 4 ຊົ່ວໂມງ ສູງສຸດ 7 ຊົ່ວໂມງ.
- ໜຶ່ງຊົ່ວໂມງຮຽນ 50 ນາທີ.
- ນັກສຶກສາທີ່ຮຽນຈົບສາຂານີ້ຕ້ອງຮຽນ 139-145 ໜ່ວຍກິດຈິ່ງເອີ້ນວ່າຈົບຫຼັກສູດການເມືອງ ແລະ ບໍລິຫານລັດຖະກິດ.
- ໂຄງສ້າງຂອງຫຼັກສູດ
- ຫຼັກສູດປະລິນຍາຕີລະບົບ 0+4 ປີ
ການກຳນົດໝວດວິຊາປະກອບດວ້ຍ 4 ໝວດວິຊາຄື:
- ໝວດວິຊາຄວາມຮູ້ທົ່ວໄປ 20 ໜ່ວຍກິດ
- ໝວດຄວາມຮູ້ພື້ນຖານຂອງວິຊາສະເພາະ 49 ໜ່ວຍກິດ
- ໝວດວິຊາສະເພາະ 66 ໜ່ວຍກິດ.
- ໝວດວິຊາເລືອເສລີ 2-4 ໜ່ວຍກິດ.
- ລວມທັງໝົດ: 139 ໜ່ວຍກິດ