ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ເປັນພາກວິຊາໜຶ່ງໃນຄະນະວິທະຍາສາດສັງຄົມ ທີ່ພັດທະນາມາຈາກ ພະແນກພູມສາດ - ປະຫວັດສາດ ຂອງມະຫາວິທະຍາໄລສ້າງຄູວຽງຈັນ ທີ່ສ້າງຕັ້ງຂຶ້ນ ປີ ຄສ 1977 ປີ ຄສ 1995 ໄດ້ແຍກອອກເປັນພາກວິຊາເອກະລາດ ພ້ອມກັບການສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ສັງກັດຢູ່ໃນຄະນະພາສາວັນນະຄະດີ ແລະ ມະນຸດສາດ. ປີ ຄສ 2000 ໄດ້ສັງກັດຢູ່ໃນຄະນະວິທະຍາສາດ ສັງ ຄົມ. ປີ ຄສ 2004 ມີຊື່ວ່າພາກວິຊາປະຫວັດສາດ ແລະ ມານຸດວິທະຍາ. ປັດຈຸບັນມີຊື່ວ່າ ພາກວິຊາ ປະຫວັດສາດ ແລະ ບູຮານວິທະຍາ.

ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງການຮຽນ-ການສອນດ້ານວິຊາການທາງປະຫວັດສາດ - ມານຸດວິທະຍາ; ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ; ຄົ້ນຄວ້າວິທະຍາສາດທາງສັງຄົມ; ຊ່ວຍອະນຸຮັກ-ສົ່ງເສີມ-ທະນຸບໍາລຸງສິລະປະວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນຂອງລາວ.

 1. ວິໄສທັດ

  • ມີຄວາມເຂັ້ມແຂງທາງວິຊາການ
  • ມີຫຼັກໝັ້ນ ແລະ ຄຸນນະທຳ ເປັນຜູ້ນຳທີ່ມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ສັງຄົມ
  • ມີຄວາມສຳນຶກໃນຄວາມເປັນລາວ ຊ່ວຍອະນຸຮັກ, ເຜີຍແຜ່ສົ່ງເສີມ,ພັດທະນາທະນຸບຳລຸງສິລະປະວັດທະນະທຳ ແລະ ພູມປັນຍາທ້ອງຖິ່ນ.
  • ມີຄວາມສາມາດນຳຄວາມຮູ້ໄປປະຍຸກໃຊ້ໃນການປະກອບອາຊີບທັງໃນສະຖາບັນຂອງລັດ ແລະ ເອກະຊົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

2. ຈຸດປະສົງ

  • ສ້າງນັກສຶກສາ ໃຫ້ເປັນນັກວິຊາການຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານປະຫວັດສາດ, ມະນຸດວິທະ ຍາ, ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ. - ສ້າງນັກສຶກສາ ໃຫ້ເປັນຜູ້ທີ່ມີວິໄສທັດກ້ວາງໄກ, ມີເຫດມີຜົນ, ສາມາດນຳຄວາມຮູ້ເຂົ້າໃນການພັດທະ ນາ ແລະ ແກ້ໄຂບັນຫາໃນຊີວິດປະຈຳວັນ ໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງ ສັງຄົມ.
  • ສ້າງພົນລະເມືອງທີ່ດີ ມີຄວາມຮັບຜິດຊອບຕໍ່ສັງ ຄົມ, ມີຄຸນະທຳ ຈາຣິຍະທຳ, ຈັນຍາບັນອັນດີ, ຖະນຸບຳລຸງ ແລະ ສົ່ງເສີມ ປະເພນີວັດທະນະທຳບັນດາເຜົ່າໃນຊາດ.

3. ຫຼັກສູດການສຶກສາ

ພາກວິຊາປະກອບມີ 2 ຫຼັກສູດ ຄື ຫຼັກສູດປະລິນຍາຕີສາຂາປະຫວັດສາດ ແລະ ມານຸດວິທະຍາ ແລະ ຫຼັກສູດປະລິນ ຍາຕີ ສາຂາ ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ. ທັງ 2 ຫຼັກສູດ ດຳເນີນການຮຽນ-ການສອນເປັນລະບົບໜ່ວຍກິດ. ໃຊ້ເວລາການຮຽນທັງໝົດ 4 ປີ ລວມມີ 08 ພາກຮຽນ ແລະ ໃນແຕ່ລະພາກຮຽນມີ 16 -17 ອາທິດ; ລວມໜ່ວຍ ກິດ ທັງໝົດ 135 ໜ່ວຍກິດ.

  • ຫຼັກສູດປະລິນຍາຕີສາຂາປະຫວັດສາດ ແລະ ມານຸດວິທະຍາ. ປະກອບມີບັນດາລາຍວິຊາດັ່ງນີ້ :
  • ປະຫວັດສາດລາວ
  • ປະຫວັດສາດໂລກ
  • ອາຣິຍະທຳໂລກ
  • ການພົວພັນສາກົນ
  • ການວິໄຈທາງປະຫວັດສາດ ແລະມະນຸດວິທະຍາ
  • ມະນຸດວິທະຍາ
  • ປະຫວັດແຫຼ່ງທ່ອງທ່ຽວລາວ
  • ຊົນເຜົ່າໃນລາວ ແລະ ວິຊາອື່ນ

3.2 ຫຼັກສູດປະລິນຍາຕີສາຂາບູຮານຄະດີ ແລະ ການຄຸ້ມຄອງມໍລະດົກ. ປະກອບມີບັນດາລາຍວິຊາດັ່ງນີ້ :

  • ບູຮານວິທະຍາລາວ
  • ບູຮານວິທະຍາໂລກ
  • ທິດສະດີ ແລະ ຫຼັກການຂຸດຄົ້ນທາງບູຮານວິທະຍາ
  • ການສຳຫຼວດ ແລະ ຂຸດຄົ້ນທາງບູຮານວິທະຍາ
  • ການວິເຄາະແລະແປຄວາມໝາຍທາງບູຮານວິທະຍາ
  • ການຄຸ້ມຄອງພິພິດທະພັນສະຖານ
  • ການຄຸ້ມຄອງມໍລະດົກ ແລະ ວິຊາອື່ນໆ...

4. ອົງປະກອບຂອງພາກວິຊາ

ການຈັດຕັ້ງ ຫົວໜ້າພາກວິຊາ 1 ທ່ານ ແລະ ຮອງຫົວໜ້າ 2 ທ່ານ. ໃນພາກວິຊາໄດ້ແບ່ງອອກເປັນ 6 ໜ່ວຍວິຊາ ຄື ໜ່ວຍວິຊາປະຫວັດສາດໂລກ, ປະຫວັດສາດລາວ, ມະນຸດ ວິທະຍາ, ບູຮານວິທະຍາ, ຄຸ້ມຄອງມໍລະດົກ ແລະ ໜ່ວຍຝຶກ-ປະຕິບັດ.

ອາຈານ ສົກສຶກສາ 2018 2019 ພາກວິຊາປະຫວັດສາດ ແລະ ບູຮານວິທະຍາມີອາຈານທັງໝົດ 20 ທ່ານ. ປະລິນຍາເອກ 3 ທ່ານ, ປະລິນຍາໂທ 13 ທ່ານ, ປະລິນຍາຕີ 04 ທ່ານ. ໃນນັ້ນໄດ້ຮັບນາມມະຍົດເປັນຮອງສາດສະ ດາຈານ 3 ທ່ານ. ນັກສຶກສາ ນັກສຶກສາລຸ້ນທຳອິດໃນສົກສຶກສາ 2000 - 2001 ມີ ທັງ ໝົດ 12 ຄົນ, ຍິງ 2 ຄົນ; ມາເຖິງສົກສຶກສາ 2018 -2019 ມີນັກສຶກສາທັງໝົດ 446 ຄົນ, ຍິງ 275 ຄົນ; ມາເຖິງສົກສຶກສາ 2020-2021 ອາຈານສອນທັງໝົດ ມີ 18ທ່ານ ໃນນັ້ນ ອາຈານປະລິນຍາເອກມີ 2ທ່ານ, ປະລິນຍາໂທ 14 ທ່ານ ແລະປະລິຍາຕີ 2ທ່ານ. ນັກສຶກສາ ມີທັງໝົດຈຳນວນ 413 ຄົນ ຍິງ 254 ຄົນ.

 5. ການເຄື່ອນໄຫວທາງວິຊາການ ການຮຽນ-ການສອນ

ໃນໄລຍະທີ່ຜ່ານມາ ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ໄດ້ກໍ່ສ້າງບຸກຄະລະກອນອອກໄປຮັບໃຊ້ສັງ ຄົມແລ້ວ ມີຈຳນວນ 393 ຄົນ, ຍິງ 218 ຄົນ. ການຄົ້ນຄ້ວາວິທະຍາສາດ ການຄົ້ນຄ້ວາວິທະຍາສາດເປັນວຽກງານໃຈກາງ ແລະ ມີຄວາມຈຳເປັນຢ່າງຍິ່ງສຳຫຼັບ ການພັດທະນາຄວາມຮູ້ ຄວາມສາມາດ ຂອງຄະນະອາຈານທຸກຄົນ ລວມທັງຍັງເປັນການຍົກສະຖານະຄຸນນະວຸດຂອງຕົນອີກດ້ວຍ. ຜົນງານການສຶກສາຜ່ານມາ : ການປ່ຽນແປງວິຖີຊີ ວິດຂອງຊາວນາລາວລຽບຝັ່ງ ຂອງນະຄອນຫຼວງວຽງຈັນ; ຜົນກະທົບຈາກການທ່ອງທ່ຽວ ຕໍ່ວິຖີຊີວິດຂອງຊາວຫຼວງພະບາງ; ປະເພນີການບໍລິໂພກຜັກປ່າຂອງຊາວບ້ານເຂດວັງວຽງ, ວິຖີຊີວິດຂອງເຜົ່າຢຸມບຣີ ແລະ ອື່ນໆ...

ການສຳມະນາທາງວິຊາການ - ການຝຶກອົບຮົມ ຈັດຕັ້ງການສຳມະນາວິຊາການ ທາງປະຫວັດສາດ ໃນລະດັບມະຫາວິທະຍາໄລ ແລະ ລະດັບຊາດ ເຊັ່ນ ຕາມຮອຍເຈົ້າອານຸວົງ, ບາງບັນຫາທີ່ບໍ່ເປັນເອກະພາບໃນປະ ຫວັດສາດລາວສະໄໝບູຮານ - ກາງ ແລະ ລາວສະໄໝການປົກຄອງຂອງພະເຈົ້າຟ້າງຸ່ມ ...

ການຮ່ວມມືກັບສາກົນ ເກັບກຳຂໍ້ມູນ ຮ່ວມກັບ ນັກຄົ້ນຄວ້າປະລິນຍາເອກ ຈາກປະເທດຕ່າງໆ ເຊັ່ນ ໄທ, ຈີນ, ຍີປຸ່ນ, ການາດາ... ດຳເນີນການຄົ້ນຄວ້າວິໄຈຮ່ວມກັບ ມະຫາວິທະຍາ ໄລຕ່າງປະເທດ ເຊັ່ນ ມະຫາວິທະຍາໄລເຈມສ໌ຄຸກ ປະເທດ ອົດສະຕຣາລີ ມະຫາວິທະຍາໄລກຽວໂຕ ແຫ່ງປະເທດຍີ່ປຸ່ນ ແລະ ມີຊ່ຽວຊານຂອງໄຈກາຊ່ວຍໃຫ້ການປຶກສາ 6. ການເຄື່ອນໄຫວກິດຈະກຳ ການອອກແຮງງານ - ອະນາໄມປະຈຳອາທິດ ແລະ ເຄື່ອນໄຫວກິດຈະກຳຕ່າງໆ ເຊັ່ນ ກິລາ, ສິລະປະ...

ການທັດສະນະສຶກສາ. ນຳພານັກສຶກສາລົງພາກສະໜາມຕົວຈິງຕາມສະຖານທີ່ບູຮານສຳຄັນຕ່າງໆ ເຊັ່ນ ວັດພູຈຳປາສັກ, ຖ້ຳພະແຂວງຄຳມ່ວນ,ໄຫຫີນຊຽງຂວາງແລະ ບູຮານສະຖານໃນຫຼວງພຣະບາງ....

ການສຶກສາພາກສະໜາມ ຂອງ ອາຈານ ແລະ ນັກສຶກສາ ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ

6. ອາຈານສອນ

ພາກວິຊາປະຫວັດສາດມີອາຈານທັງໝົດ 18 ທ່ານ ໂດຍມີວຸດທິການສຶກສາ ແລະ ໄດ້ຮັບນາມມະຍົດທາງວິຊາການຄູດັ່ງລຸ່ມນີ້:

 ວຸດທິການສຶກສາ  ຈໍານວນ    ຕໍາແໜ່ງວິຊາການ ຈໍານວນ
 ເໜືອປະລິນຍາເອກ  0    ສາດສະດາຈານ 0
 ປະລິນຍາເອກ  3    ຮອງສາດສະດາຈານ 3
ປະລິນຍາໂທ 13   ອາຈານ 2
ປະລິນຍາຕີ 3   ຜູ້ຊ່ວຍອາຈານ 11

0
0
0
s2sdefault

ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ເປັນພາກວິຊາໜຶ່ງໃນຄະນະວິທະຍາສາດສັງຄົມ ທີ່ພັດທະນາມາຈາກ ພະແນກພູມສາດ - ປະຫວັດສາດ ຂອງມະຫາວິທະຍາໄລສ້າງຄູວຽງຈັນ ທີ່ສ້າງຕັ້ງຂຶ້ນ ປີ ຄສ 1977 ປີ ຄສ 1995 ໄດ້ແຍກອອກເປັນພາກວິຊາເອກະລາດ ພ້ອມກັບການສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ສັງກັດຢູ່ໃນຄະນະພາສາວັນນະຄະດີ ແລະ ມະນຸດສາດ. ປີ ຄສ 2000 ໄດ້ສັງກັດຢູ່ໃນຄະນະວິທະຍາສາດ ສັງ ຄົມ. ປີ ຄສ 2004 ມີຊື່ວ່າພາກວິຊາປະຫວັດສາດ ແລະ ມານຸດວິທະຍາ. ປັດຈຸບັນມີຊື່ວ່າ ພາກວິຊາ ປະຫວັດສາດ ແລະ ບູຮານວິທະຍາ.

ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງການຮຽນ-ການສອນດ້ານວິຊາການທາງປະຫວັດສາດ - ມານຸດວິທະຍາ; ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ; ຄົ້ນຄວ້າວິທະຍາສາດທາງສັງຄົມ; ຊ່ວຍອະນຸຮັກ-ສົ່ງເສີມ-ທະນຸບໍາລຸງສິລະປະວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນຂອງລາວ.

 1. ວິໄສທັດ

  • ມີຄວາມເຂັ້ມແຂງທາງວິຊາການ
  • ມີຫຼັກໝັ້ນ ແລະ ຄຸນນະທຳ ເປັນຜູ້ນຳທີ່ມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ສັງຄົມ
  • ມີຄວາມສຳນຶກໃນຄວາມເປັນລາວ ຊ່ວຍອະນຸຮັກ, ເຜີຍແຜ່ສົ່ງເສີມ,ພັດທະນາທະນຸບຳລຸງສິລະປະວັດທະນະທຳ ແລະ ພູມປັນຍາທ້ອງຖິ່ນ.
  • ມີຄວາມສາມາດນຳຄວາມຮູ້ໄປປະຍຸກໃຊ້ໃນການປະກອບອາຊີບທັງໃນສະຖາບັນຂອງລັດ ແລະ ເອກະຊົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

2. ຈຸດປະສົງ

  • ສ້າງນັກສຶກສາ ໃຫ້ເປັນນັກວິຊາການຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານປະຫວັດສາດ, ມະນຸດວິທະ ຍາ, ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ. - ສ້າງນັກສຶກສາ ໃຫ້ເປັນຜູ້ທີ່ມີວິໄສທັດກ້ວາງໄກ, ມີເຫດມີຜົນ, ສາມາດນຳຄວາມຮູ້ເຂົ້າໃນການພັດທະ ນາ ແລະ ແກ້ໄຂບັນຫາໃນຊີວິດປະຈຳວັນ ໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງ ສັງຄົມ.
  • ສ້າງພົນລະເມືອງທີ່ດີ ມີຄວາມຮັບຜິດຊອບຕໍ່ສັງ ຄົມ, ມີຄຸນະທຳ ຈາຣິຍະທຳ, ຈັນຍາບັນອັນດີ, ຖະນຸບຳລຸງ ແລະ ສົ່ງເສີມ ປະເພນີວັດທະນະທຳບັນດາເຜົ່າໃນຊາດ.

3. ຫຼັກສູດການສຶກສາ

ພາກວິຊາປະກອບມີ 2 ຫຼັກສູດ ຄື ຫຼັກສູດປະລິນຍາຕີສາຂາປະຫວັດສາດ ແລະ ມານຸດວິທະຍາ ແລະ ຫຼັກສູດປະລິນ ຍາຕີ ສາຂາ ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ. ທັງ 2 ຫຼັກສູດ ດຳເນີນການຮຽນ-ການສອນເປັນລະບົບໜ່ວຍກິດ. ໃຊ້ເວລາການຮຽນທັງໝົດ 4 ປີ ລວມມີ 08 ພາກຮຽນ ແລະ ໃນແຕ່ລະພາກຮຽນມີ 16 -17 ອາທິດ; ລວມໜ່ວຍ ກິດ ທັງໝົດ 135 ໜ່ວຍກິດ.

  • ຫຼັກສູດປະລິນຍາຕີສາຂາປະຫວັດສາດ ແລະ ມານຸດວິທະຍາ. ປະກອບມີບັນດາລາຍວິຊາດັ່ງນີ້ :
  • ປະຫວັດສາດລາວ
  • ປະຫວັດສາດໂລກ
  • ອາຣິຍະທຳໂລກ
  • ການພົວພັນສາກົນ
  • ການວິໄຈທາງປະຫວັດສາດ ແລະມະນຸດວິທະຍາ
  • ມະນຸດວິທະຍາ
  • ປະຫວັດແຫຼ່ງທ່ອງທ່ຽວລາວ
  • ຊົນເຜົ່າໃນລາວ ແລະ ວິຊາອື່ນ

3.2 ຫຼັກສູດປະລິນຍາຕີສາຂາບູຮານຄະດີ ແລະ ການຄຸ້ມຄອງມໍລະດົກ. ປະກອບມີບັນດາລາຍວິຊາດັ່ງນີ້ :

  • ບູຮານວິທະຍາລາວ
  • ບູຮານວິທະຍາໂລກ
  • ທິດສະດີ ແລະ ຫຼັກການຂຸດຄົ້ນທາງບູຮານວິທະຍາ
  • ການສຳຫຼວດ ແລະ ຂຸດຄົ້ນທາງບູຮານວິທະຍາ
  • ການວິເຄາະແລະແປຄວາມໝາຍທາງບູຮານວິທະຍາ
  • ການຄຸ້ມຄອງພິພິດທະພັນສະຖານ
  • ການຄຸ້ມຄອງມໍລະດົກ ແລະ ວິຊາອື່ນໆ...

4. ອົງປະກອບຂອງພາກ

ການຈັດຕັ້ງ ຫົວໜ້າພາກວິຊາ 1 ທ່ານ ແລະ ຮອງຫົວໜ້າ 2 ທ່ານ. ໃນພາກວິຊາໄດ້ແບ່ງອອກເປັນ 6 ໜ່ວຍວິຊາ ຄື ໜ່ວຍວິຊາປະຫວັດສາດໂລກ, ປະຫວັດສາດລາວ, ມະນຸດ ວິທະຍາ, ບູຮານວິທະຍາ, ຄຸ້ມຄອງມໍລະດົກ ແລະ ໜ່ວຍຝຶກ-ປະຕິບັດ.

ອາຈານ ສົກສຶກສາ 2018 2019 ພາກວິຊາປະຫວັດສາດ ແລະ ບູຮານວິທະຍາມີອາຈານທັງໝົດ 20 ທ່ານ. ປະລິນຍາເອກ 3 ທ່ານ, ປະລິນຍາໂທ 13 ທ່ານ, ປະລິນຍາຕີ 04 ທ່ານ. ໃນນັ້ນໄດ້ຮັບນາມມະຍົດເປັນຮອງສາດສະ ດາຈານ 3 ທ່ານ. ນັກສຶກສາ ນັກສຶກສາລຸ້ນທຳອິດໃນສົກສຶກສາ 2000 - 2001 ມີ ທັງ ໝົດ 12 ຄົນ, ຍິງ 2 ຄົນ; ມາເຖິງສົກສຶກສາ 2018 -2019 ມີນັກສຶກສາທັງໝົດ 446 ຄົນ, ຍິງ 275 ຄົນ.