ພາກ​ວິ­ຊາ​ພູ­ມີ­ສາດ ແລະ ສາ­ລະ​ສົນ­ເທດ​ສາດ ເປັນ​ພາກ​ວິຊາ​ໜຶ່ງ​ທີ່​ສັງ­ກັດ​ຢູ່​ໃນ​ຄະ­ນະ​ວິ­ທະ­ຍາ­ສາດ​ສັງ­ຄົມ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ໃນ​ປັດ­ຈຸ­ບັນ. ເປັນສະຖາບັນການສຶກສາທາງດ້ານ GIS, RS, GPS ແລະ ບັນນາຮັກສາດ ຊຶ່ງໄດ້​ເລີ່ມ​ເປີດ​ຮັບ​ນັກ​ສຶກ­ສາ​ນັບ​ແຕ່​ສົກ­ຮຽນ 1997-1998 ເປັນ­ຕົ້ນ​ມາ.

  • ປັດ​ຊະ​ຍາ:

“ມຸ້ງເນັ້ນພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດທາງດ້ານ GIS, RS, GPS ແລະ ບັນນາຮັກສາດ ໃຫ້ມີຄວາມເຂັ້ມແຂງ​ເພື່ອ​ຮັບ​ໃຊ້​ໃນການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ”.

  • ໂຄງ​ປະ­ກອບ​ການ­ຈັດ­ຕັ້ງ:

ຄະ­ນະ​ຜູ້​ບໍ­ລິ­ຫານ​ປະ­ກອບ​ດ້ວຍ​ຫົວ­ໜ້າ​ພາກ​ວິ­ຊາ 1 ທ່ານ ແລະ ຮອງພາກວິຊາ 2 ທ່ານ.

ຫຼັກ­ສູດ​ພູ­ມີ­ສາດ & ພູ­ມີ​ສາ­ລະ​ສົນ­ເທດ​ສາດ​ໄດ້​ແບ່ງ​ອອກ​ເປັນ 4 ໜ່ວຍ​ວິ­ຊາ​ຄື: ໜ່ວຍວິຊາພູມີສາດໂລກ ແລະ ການພັດທະນາ, ໜ່ວຍ​ວິ­ຊາພູມີສາດລາວ, ໜ່ວຍວິຊາພູມີສາລະສົນເທດສາດ ແລະ ເຕັກນິກປະຕິບັດທາງພູມີສາດ, ໜ່ວຍວິຊາກາຍະພາບ ແລະ ສິ່ງແວດລ້ອມ.

ສ່ວນ​ຫຼັກ­ສູດ​ບັນ​ນາ​ຮັກ​ສາດ & ສາລະ​ສົນ­ເທດ​ສາດ​ໄດ້​ແບ່ງ​ເປັນ 4 ໜ່ວຍ​ວິ­ຊາເຊັ່ນ: ໜ່ວຍ​ວິ­ຊາ​ການ​ບໍ­ລິ­ຫານ​ຫ້ອງ​ສະ­ໝຸດ, ໜ່ວຍ​ວິ­ຊາ​ຊັບພະຍາກອນສາ­ລະ​ສົນ­ເທດ, ໜ່ວຍ​ວິ­ຊາ​ເລ­ຂາ­ນຸ­ການ ແລະ ໜ່ວຍບໍລິຫານ​ວິ­ຊາ​ການ.

  • ຈຳນວນອາ​ຈານ:

ສົກ­ຮຽນ 2019-2020 ພາກ​ວິ­ຊາ​ພູ­ມີ­ສາດ ແລະ ສາ­ລະ​ສົນ­ເທດ​ສາດມີ​ອາ­ຈານໃນ​ພາກ​ວິ­ຊາຈຳ­ນວນທັງໝົດ 19 ທ່ານ, ຍິງ 8 ທ່ານ ໃນ​ນັ້ນໄດ້​ມີ​ອາ­ຈານ​ປະ­ຈຳ​ທີ່​ສັງ­ກັດຢູ່ໜ່ວຍງານ ອື່ນ​ທີ່ຂື້ນກັບ ຄສຄ ມີທັງໝົດ 8 ທ່ານ, ຍິງ 1 ທ່ານ.

  • ກຳ­ລັງ​ສຶກ­ສາ​ຕໍ່​ລະ­ດັບ​ປະ­ລິນ­ຍາ​ເອກ 1 ທ່ານ, ຍິງ 1 ທ່ານ.

ວຸດ​ທິ​ການ​ສຶກ­ສາ ຂອງ​ອາ­ຈານ​ສອນ​ທັງ​ໝົດ ທີ່​ສອນ​ປະ­ຈຳພາກ​ວິຊາ​ພູ­ມີ­ສາດ ແລະ ສາ­ລະ​ສົນ­ເທດ​ສາດ​ມີ​ຄື​ດັ່ງ­ນີ້:

  • ລະດັບວິຊາສະເພາະ: ຈຳນວນ 19 ທ່ານ ຍິງ 11

           - ປ ຕີ 2 ຄົນ ຍິງ 1, ປ ໂທ 14 ຍິງ 5, ປ ເອກ 3 ຍີງ 1

  • ຮອງສາດສະດາຈານ: ຈຳນວນ 3 ທ່ານ ຍິງ 0

           - ປ ໂທ 1 ຍິງ 0, ປ ເອກ 2 ຍິງ 0

  • ພາກວິຊາພູມີສາດ ແລະ ສາລະສົນເທດສາດ ປະກອບມີ 3 ຫຼັກສູດ

. ຫຼັກສູດປະລິນຍາຕີມີ 2 ຫຼັກສູດ:        

  • ຫຼັກສູດປະລິນຍາຕີວິທະຍາສາດພູມີສາດ ແລະ ພູມີສາລະສົນ ເທດສາດ (Bachelor of science Geography & Geomatics) ມີ​ວິ­ຊາ​ທີ່​ສຳ­ຄັນ ຄື:
  • ລະ­ບົບ​ສາ­ລະ​ສົນ­ເທດ​ພູ­ມີ­ສາດ (GIS) I, II, III, IV
  • ໂທ­ລະ​ສຳ­ຜັດ (Remote Sensing) I, II
  • ໂຟ​ໂຕ​ກະ​ແຣມ​ເມ​ຕະ​ຣີ (Photogrammetry)
  • ເຕັກນິກພາກສະໜາມທາງພູມີສາດ
  • ພູ­ມີ­ສາດ​ລາວ
  • ທໍ­ລະ­ນີສັນຖານ
  • ພູມ​ອາ­ກາດ ແລະ ອຸ­ຕຸ­ນິ­ຍົມ​ວິ­ທະ­ຍາ
  • ການ​ຈັດ​ສັນ​ພື້ນ​ທີ່
  • ການ​ສຳ­ຫຼວດວັດແທກພື້ນ​ທີ່
  • ວິ­ທີ​ການ​ສະ­ຖິ­ຕິ​ທາງ​ພູ­ມີ­ສາດ
  • ພູມີສາດສິ່ງ­ແວດ­ລ້ອມ
  • ພູ­ມີ­ສາດ​ປະ­ຊາ­ກອນ ແລະ ປະຊາກອນສາດ
  • ພາສາອັງກິດທາງພູມີສາດ
  • ແລະ ວິ­ຊາ​ສຳ­ຄັນ​ອື່ນໆ​ອີກ​ຫຼາຍ​ວິ​ຊາ.
  • ຫຼັກສູດບັນນາ​ຮັກ​ສາດ ແລະ ສາລະ​ສົນ­ເທດສາດ (Bachelor of Art Library & Information Science) ມີ​ວິ­ຊາ​ທີ່​ສຳ­ຄັນ ຄື:
    • ການ​ຮຽນ​ຮູ້​ສາ­ລະ​ສົນ­ເທດ
    • ຊັບ­ພະ­ຍາ­ກອນ​ສາ­ລະ​ສົນ­ເທດ
    • ການ​ເກັບ​ມ້ຽນ ແລະ ການ​ຄົ້ນ​ຄືນ​ສາ­ລະ​ສົນ­ເທດ
    • ການ​ບໍ­ລິ­ການ​ສາ­ລະ​ສົນ­ເທດ
    • ການ​ສື່­ສານ​ຂໍ້​ມູນ ແລະ ເຄືອ​ຂ່າຍ​ອິນ​ເຕີ​ເນັດ
    • ເຕັກ­ນິກ​ການ​ບູ­ລະ­ນະ ແລະ ສຳ​ເນົາ​ເອ­ກະ­ສານ
    • ການ​ບໍ­ລິ­ຫານ​ຫໍ­ສະ­ໝຸດ
    • ຫ້ອງ​ສະ­ໝຸດ​ດີ​ຈີ​ຕອນ
    • ການ​ບໍ­ລິ­ຫານ​ຫ້ອງ­ການ
    • ວຽກ​ງານ​ເລ­ຂາ­ນຸ­ການ
    • ການ​ຂຽນ​ເອ­ກະ­ສານ​ທາງ​ການ
    • ການຈັດການເຕັກໂນໂລຊີຫ້ອງການ
    • ການຈັດການລະບົບຖານຂໍ້ມູນ
    • ພາສາອັງກິດທາງບັນນາຮັກສາດ

    ຂ. ຫຼັກສູດປະ­ລິນ­ຍາ​ໂທ:

    ໃນ​ພາກ​ວິ­ຊາ​ແມ່ນ​ໄດ້​ມີ​ການ​ເປີດ​ສອນ ຫຼັກ­ສູດ​ປະ­ລິນ­ຍາໂທສາ ຂາ​ວິ­ຊາ ການ​ຈັດ­ການ​ພື້ນ​ທີ່ ແລະ ການ​ພັດ­ທະ­ນາ ໃນ​ປີ 2013 - 2014 ເປັນ­ຕົ້ນ​ມາ.

    • ການ​ບໍ­ລິ­ການ​ທາງ​ວິ­ຊາ​ການ:

    ແມ່ນ​ໄດ້ບໍລິການສິດ­ສອນຫຼາຍວິ­ຊາ​ໃຫ້​ແກ່​ສະ​ຖາ​ບັນ ແລະ ໂຮງ ຮຽນ​ຕ່າງໆ​ທັງ​ທີ່­ຢູ່​ພາຍ​ໃນ ຄສຄ ແລະ ຄະ­ນະ​ອື່ນໆ. ພ້ອມນັ້ນຍັງໄດ້ມີການບໍລິການເປີດເຝິກອົບຮົມດ້ານວິຊາການທາງດ້ານ GIS, RS ແລະ GPS ໃຫ້​ແກ່ພະນັກງານໂຄງການ, ອົງການ ແລະ ຫ້ອງການຕ່າງໆທີ່ເຮັດວຽກກ່ຽວກັບດ້ານ GIS ໃນສົກສຶກສາ 2018 – 19 ເປັນຕົ້ນໄປ.

    • ການ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ:
    ການ​ຄົ້ນ­ຄວ້າ​ວິ­ໄຈ​ແມ່ນໄດ້ຖື​ເປັນ​ຫຼັກໃນ​ການ​ພັດ­ທະ­ນາ ແລະສ້າງ ​ຄວາມ​ເຂັ້ມ­ແຂງ​ໃຫ້​ພາກ​ວິ­ຊາ, ໃນ​ຕະ­ຫຼອດ​ໄລ­ຍະ​ທີ່ຜ່ານ​ມາບັນດາ​ອາຈານ​ໃນ​ພາກ​ວິ­ຊາແມ່ນໄດ້​ເອົາ­ໃຈ­ໃສ່​ຕໍ່​ການຄົ້ນ​ຄວ້າ​ວິ­ໄຈ ໂດຍ​ດຳ ເນີນ​ການ​ດ້ວຍ​ຕົນ​ເອງ ແລະ ຮ່ວມ​ມື​ກັບ​ພາກ­ສ່ວນ​ອື່ນໆ​ທັງ​ທີ່­ຢູ່​ພາຍ​ໃນ ແລະ ຢູ່​ຕ່າງ​ປະ​ເທດ. ຜ່ານ​ມານີ້, ພາກ​ວິ­ຊາ​ສາ­ມາດ​ຍາດ​ແຍ່ງ​ທຶນຈຳ­ນວນ​ໜຶ່ງ​ຈາກ​ອົງ­ການ KFAS (ສ. ເກົາ ຫຼີ) ແລະ ທຶນລັດ­ຖະບານ​ເປັນ​ຕົ້ນ.
    • ການ​ຮ່ວມ​ມື​ກັບພາຍນອກ:

    ໄດ້ມີການຮ່ວມມືກັບບໍລິສັດສະເປັກໄອລາວ (Space Eye Lao) ຈຳກັດຜູ້ດຽວ ແລະ ຮ່ວມ​ມື​ກັບ​ຫຼາຍ​ມະ­ຫາ­ວິ­ທະ­ຍາ­ໄລ​ຄື:

    • ມະ­ຫາ­ວິ­ທະ­ຍາ­ໄລ Michel de Montaigne

          Bordeaux 3 ປະ­ເທດ​ຝະ­ລັ່ງ.

    • ມະ­ຫາ­ວິ­ທະ­ຍາ­ໄລ​ຕ່າງໆ​ຈາກ​ປະ­ເທດ​ຢີ່​ປຸ່ນ ເຊັ່ນ

          NAGOYA, KYOTO.

    • ມະ­ຫາ­ວິ­ທະ­ຍາ­ໄລ​ຂອນ​ແກ່ນ​ປະ­ເທດ​ໄທ
    • ສະຖາບັນພູມີສາດກວາງໂຈ, ສປ ຈີນ
    • ການ­ເຄື່ອນ­ໄຫວ​ກິດ­ຈະ­ກຳ​ນອກ​ຫຼັກ­ສູດ:

    ມີ​ການ­ເຄື່ອນ­ໄຫວ​ກິ­ລາ​ປະ­ເພດ​ຕ່າງໆ ຕະ­ຫຼອດ​ເຖິງການເຄື່ອນ ໄຫວດ້ານ​ສິ­ລະ​ປະ​ວັນ­ນະ­ຄະ­ດີ, ອອກ­ແຮງ​ງານ ແລະ ຍັງ​ມີ​ການ​ບໍລິ ຈາກ​ເລືອດ​ຊ່ວຍ​ສັງຄົມ​ອີກ​ດ້ວຍ.

    • ທັດ­ສະ­ນະ​ສຶກ­ສາ:
    ເພື່ອ​ເສີມ​ຂະ­ຫຍາຍ​ຄວາມ​ຮູ້​ທາງ​ດ້ານ​ວິ­ຊາ​ການ ໃຫ້​ແກ່​ນັກສຶກ­ສາ, ໃນ​ແຕ່​ລະ​ສົກ­ຮຽນ​ ທາງ​ພາກ​ວິ­ຊາ​ໄດ້​ຈັດ​ໃຫ້​ມີ​ການ​ທັດສະ​ນະ​ສຶກ­ສາ ແລະ ລົງ​ພາກ​ສະ­ໜາມຕົວຈິ່ງ ໃນ​ສາ­ຂາ​ວິ­ຊາ​ຕ່າງໆທີ່​ຈຳ­ເປັນ ໂດຍ​ຈະ​ເນັ້ນ​ໃສ່ສຶກ­ສາ​ພື້ນ​ທີ່ ແລະ ສະ­ຖານ­ທີ່​ສຳຄັນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.
0
0
0
s2sdefault