0
0
0
s2sdefault

ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ທຳອິດເປັນຫຼັກສູດໜຶ່ງຊື່ວ່າ: ສັງຄົມວິທະຍາ ແລະ ການພັດທະນາສັງຄົມ ຂຶ້ນກັບພາກວິຊາ ວິທະຍາສາດການເມືອງ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຊຶ່ງໄດ້ຮັບຮອງໃນວັນທີ 11/01/2006 ຕາມຂໍ້ຕົກລົງເລກທີ 63/ສສ.ອສ/06 ຂອງທ່ານຜູ້ວ່າການລັດຖະມົນຕີກະຊວງສຶກສາທິການ.

ໃນວັນທີ 10 ພຶດສະພາ 2010 ຫຼັກສູດສັງຄົມວິທະຍາ ແລະ ການພັດທະນາສັງຄົມ ໄດ້ຖືກຮັບຮອງມາເປັນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຕາມຂໍ້ຕົກລົງຂອງທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 1360/ມຊ.ຈຕ.

ປັດຈຸບັນພາກວິຊາໄດ້ເປີດຫຼັກສູດໃໝ່ລະດັບປະລິນຍາຕີ 2 ຫຼັກສູດ (ລະບົບ 4 ປີ ) ຄື:

1) ຫຼັກສູດ ສັງຄົມສົງເຄາະ;

  2) ຫຼັກສູດ ພັດທະນາຊຸມຊົນ-ຊົນນະບົດ

ທັງ​ສອງຫຼັກ​ສູດນີ້ໄດ້ເລີ່ມຮັບນັກສຶກສາ ໃນສົກສຶກສາ 2011-2012

ນອກຈາກນີ້ທັງສອງຫຼັກສູດຂ້າງເທິງແລ້ວ ພາກວິ​ຊາ ຍັງ​ໄດ້​ບໍ​ລິ​ການຫຼັກ​ສູດ​ຝຶກ​ອົບ​ຮົມ​ໄລ​ຍະ​ສັ້ນ​ວຽກ​ງານ​ສັງ​ຄົມ​ສົງ​ເຄາະ​ກ່ຽວ​ກັບ​ເດັກ ແລະ ຄອບ​ຄົວ; ຄວາມ​ຮຸນ​ແຮງ​ບົນ​ພື້ນ​ຖານ​ເພດ​ພາ​ວະ.

ປັດຊະຍາ:

ການພັດທະນາຊົນນະບົດແມ່ນບັນຫາພື້ນຖານຂອງຊາດທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ການພັດທະນາ ແມ່ນກຸນແຈອັນສຳຄັນຢ່າງໜຶ່ງທີ່ຈະນຳໄປສູ່ການແກ້ໄຂຄວາມ ທຸກຍາກ. ລັດແມ່ນກົນໄກຫຼັກຂອງການພັດທະນາໃນຖານະທີ່ເປັນອົງກອນທີ່ມີອຳນາດທາງສັງຄົມ. ແນວໃດກໍ່ຕາມການມີສ່ວນຮ່ວມຂອງປະຊາຊົນ ແລະ ສັງຄົມແມ່ນກົນໄກໜຶ່ງທີ່ສຳຄັນໃນການຂັບເຄື່ອນຂະບວນການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ.ການສ້າງຫຼັກສູດ ສັງຄົມສົງເຄາະ ແລະ ຫຼັກສູດພັດທະນາຊຸມຊົນ-ຊົນນະບົດ ແມ່ນມີຄວາມສຳຄັນ

ຄວາມສາມາດຂອງນັກສຶກສາພາຍຫຼັງຮຽນຈົບຫຼັກສູດ:

  • ຫຼັກສູດ ສັງຄົມສົງເຄາະ

       1. ສາມາດເຂົ້າໃຈແນວຄວາມຄິດ, ທິດສະດີ ແລະ ຫຼັກການສັງຄົມສົງເຄາະ,           ສະຫວັດດີການ ແລະ ບໍລິການສັງຄົມໄດ້ເປັນຢ່າງດີ;

       2.     ສາມາດນຳໃຊ້ຄວາມຮູ້ແລະທັກສະວິຊາຊີບດ້ານສັງຄົມສົງເຄາະເຂົ້າໃນການປະຕິບັດໄດ້ເປັນຢ່າງດີ;

3. ສາມາດປະກອບເປັນອາຊີບເພື່ອໃຫ້ການຊ່ວຍເຫຼືອ ແລະ ບໍລິການສັງຄົມຢ່າງມີປະສິດທິພາບ.

  • ຫຼັກສູດ ພັດທະນາຊຸມຊົນ ແລະ ຊົນນະບົດ

1. ສາມາດເຂົ້າໃຈ ແນວຄວາມຄິດ, ທິດສະດີ ແລະ ຫຼັກການພັດທະນາຊຸມຊົນ ແລະ ຊົນນະບົດເປັນຢ່າງດີ;

2. ສາມາດນຳໃຊ້ຄວາມຮູ້ແລະທັກສະວິຊາຊີບດ້ານການພັດທະນາຊຸມຊົນ ແລະຊົນນະບົດເຂົ້າໃນການປະຕິບັດໄດ້ຢ່າງມີປະສິດທິພາບ;

3. ສາມາດປະກອບອາຊີບດ້ານການພັດທະນາຊຸມຊົນ ແລະ ຊົນນະບົດໃນການດຳລົງຊີວິດ.

ໂອກາດໃນການມີວຽກເຮັດ:

ນັກສຶກສາທີ່ຮຽນຈົບຈາກພາກວິຊາສັງຄົມສົງເຄາະ ແລະ ການພັດ ທະນາສາມາດເຮັດວຽກໄດ້ຕາມຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຊັ່ນ: ກະຊວງແຮງງານແລະສະຫວັດດີການສັງຄົມ,ກະຊວງກະສິກຳ-ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ອົງການພັດ ທະນາຊົນນະ-ບົດ ແລະ ລຶບລ້າງຄວາມທຸກຍາກ, ອົງກອນບໍລິຫານ ແລະ ພັດທະນາຕົວເມືອງ. ນອກຈາກນີ້ ນັກສຶກສາທີ່ຮຽນຈົບຍັງສາມາດເຮັດວຽກກັບອົງການຈັດຕັ້ງສາກົນ (NGOs & INGOs), ສູນ, ມູນນິທິ, ສະມາຄົມ, ບໍລິສັດ ແລະ ໂຄງການພັດທະນາຕ່າງໆທີ່ເຮັດວຽກກ່ຽວກັບການພັດທະນາຊຸມຊົນ ແລະ ຊົນນະບົດ, ການຊ່ວຍເຫຼືອສັງຄົມ, ວຽກງານສິດທິມະນຸດ, ວຽກງານການປົກປ້ອງເດັກ ແລະ ວຽກ

ຂໍ້​ມູນ​ເພີ່ມ​ເຕີມ​ພົວ​ພັນ:
ໂທ: 020 55699080, 020 77169980, 020 99179077
ໂທ/ແຟັກ: 021770876
Email: This email address is being protected from spambots. You need JavaScript enabled to view it. This email address is being protected from spambots. You need JavaScript enabled to view it.