Quick Info

Rating
(5 / 3 votes)

ເພື່ອປະຕິບັດຕາມແຜນຍຸດທະສາດ ໃນການພັດທະນາການສຶກສາ ຂອງມະຫາວິທະຍາໄລແຫ່ງຊາດ(ມຊ) ໃນການກໍ່ສ້າງ ແລະພັດທະນານັກສຶກສາໃຫ້ໄປຕາມ 5 ຫຼັກມູນການສຶກສາ ຂອງກະຊວງສຶກສາທິການ ແລະກີລາວາງອອກ; ໃນວັນທີ 29 ມັງກອນ 2020 ນີ້, ມຊ. ໄດ້ຈັດພິທີເປີດ-ປິດງານແຂ່ງຂັນກີລານັກສຶກສາທົ່ວ ມຊ.

 ຄັ້ງທີ XI ປະຈໍາສົກສຶກສາ 2019-2020 ຂຶ້ນທີ່ສະໜາມກີລາກາງ ມຊ. ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ ທັງເປັນປະທານຈັດງານແຂ່ງຂັນກີລານັກສຶກສາທົ່ວ ມຊ, ມີບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ບັນດາແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາຄະນະວິຊາຕ່າງໆ ອ້ອມຂ້າງ ມຊເຂົ້າຮ່ວມ.

ໃນພິທີທ່ານ ເປິ້ນ ອິນທະໜໍ່ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ໄດ້ລາຍງານໃຫ້ຮູ້ວ່າ ຈຸດປະສົງໃນການຈັດງານຄັ້ງນີ້ ແມ່ນເພື່ອພັດທະນາຂະບວນການໆກີລາຂອງ ມຊ. ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເພື່ອໃຫ້ສາມາດເຂົ້າຮ່ວມກີລາລະດັບຊາດ ກໍຄືພາກພື້ນ ແລະສາກົນໃຫ້ນັບມື້ນັບດີຂຶ້ນ; ເພື່ອຈັດການເຄື່ອນໄຫວ ແລະແຂ່ງຂັນກີລາປະເພດຕ່າງໆ ໃຫ້ເປັນຂະບວນຟົດຟື້ນ, ເປັນການສ້າງເງື່ອນໄຂ ສົ່ງເສີມໃຫ້ນັກສຶກສາໃຊ້ເວລາຫວ່າງ ມາເຝິກແອບ ແລະພັດທະນາຕົນເອງທາງດ້ານປະເພດກີລາໃດໜຶ່ງ ໃນລະດັບສູງ ແລະສ້າງຊື່ສຽງໃຫ້ຕົນເອງ ກໍຄື ມຊ ແລະປະເທດຊາດ; ເພື່ອເປັນການສ້າງໂອກາດ ໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາຄະນະວິຊາຕ່າງໆ ໄດ້ມາພົບປະກັນ ແລະໄດ້ຮັດແໜ້ນຄວາມສາມັກຄີ ເຊິ່ງກັນ ແລະກັນ; ເພື່ອຄັດເລືອກເອົານັກກີລາດີເດັນປະເພດຕ່າງໆ ເຂົ້າເປັນນັກກີລາສະໂມສອນກີລາ ມຊ. ທ່ານໃຫ້ຮູ້ອີກວ່າ ການຈັດການແຂ່ງຂັນກີລາປະຈໍາປິ ຂອງນັກສຶກສາປີນີ້, ແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 27 ພະຈິກ 2019; ເຊິ່ງປະກອບມີ 7 ປະເພດກີລາຄື: ບານເຕະ ຍິງ-ຊາຍ, ຟຸດຊໍ ຊາຍ, ບານສົ່ງໃນຮົ່ມ ຍິງ-ຊາຍ, ບານສົ່ງຫາດຊາຍ ຍິງ-ຊາຍ, ກະຕໍ້ ຍິງ-ຊາຍ, ເປຕັງ ທີມຍິງ; ທີມຊາຍ ແລະທີມປະສົມ ແລະແລ່ນລານ ຍິງຊາຍ.

ຜົນການແຂ່ງຂັນປະເພດກີລາບານເຕະຊາຍ ຊະນະເລີດໄດ້ແກ່ ຄະນະວິສະວະກຳສາດ, ທີ 2 ຄະນະກະເສດສາດ ແລະທີ 3 ຄະນະວິທະຍາສາດການກີລາ-ກາຍະກຳ. ປະເພດບານເຕະຍິງ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະວິທະຍາສາດທຳມະຊາດ ແລະທີ 3 ຄະນະວິສະວະກຳສາດ. ປະເພດກີລາຟຸດຊໍ ຊາຍ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະສະຖາປັດຕະຍະກໍາສາດ ແລະທີ 3 ຄະນະວິສະວະກໍາສາດ. ປະເພດກີລາບານສົ່ງໃນຮົ່ມ ຊາຍ ຊະນະເລີດໄດ້ແກ່ ຄະນະວິສະວະກຳສາດ, ທີ 2 ຄະນະວິທະຍາສາດສັງຄົມ ແລະທີ 3 ຄະນະວິທະຍາສາດປ່າໄມ້. ປະເພດບານສົ່ງໃນຮົ່ມ ຍິງ ຊະນະເລີດໄດ້ແກ່ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ທີ 2 ຄະນະວິທະຍາສາດສັງຄົມ ແລະທີ 3 ຄະນະກະເສດສາດ. ປະເພດກີລາບານສົ່ງຫາດຊາຍ ຊາຍ ຊະນະເລີດໄດ້ແກ່ ຄະນະວິສະວະກຳສາດ, ທີ 2 ຄະນະວິທະຍາສາດການກີລາ-ກາຍະກຳ ແລະທີ 3 ຄະນະສະຖາປັດຕະຍະກໍາສາດ. ປະເພດກີລາບານສົ່ງຫາດຊາຍ ຍິງ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະວິທະຍາສາດສັງຄົມ ແລະທີ 3 ຄະນະສຶກສາສາດ. ປະເພດກີລາກະຕໍ້ ຊາຍ ຊະນະເລີດໄດ້ແກ່ ຄະນະວິທະຍາສາດສັງຄົມ, ທີ 2 ຄະນະອັກສອນສາດ ແລະທີ 3 ໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ. ປະເພດກີລາກະຕໍ້ຍິງ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະອັກສອນສາດ ແລະທີ 3 ຄະນະນິຕິສາດ ແລະລັດຖະສາດ. ປະເພດກີລາເປຕັງ ຊາຍ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະວິສະວະກໍາສາດ ແລະທີ 3 ຄະນະກະເສດສາດ. ປະເພດກີລາເປຕັງ ຍິງ ຊະນະເລີດໄດ້ແກ່ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະສະຖາປັດຕະຍະກໍາສາດ ແລະທີ 3 ຄະນະອັກສອນສາດ. ກີລາ ເປຕັງທີມປະສົມ ຊະນະເລີດໄດ້ແກ່ ຄະນະກະເສດສາດ, ທີ 2 ຄະນະວິສະວະກຳສາດ ແລະທີ 3 ຄະນະອັກສອນສາດ. ປະເພດກີລາແລ່ນ 100ແມັດຊາຍ ຊະນະເລີດ ຄະນະວິສະວະກໍາສາດ, ທີ 2 ແລະ3 ຄະນະວິທະຍາສາດການກີລາ-ກາຍະກຳ. ປະເພດກີລາແລ່ນ100ແມັດຍິງ ຊະນະເລີດ ແລະໄດ້ທີ 2 ໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 3 ຄະນະວິທະຍາສາດທຳມະຊາດ. ປະເພດແລ່ນ200ແມັດຊາຍ ຊະນະເລີດ ແລະໄດ້ທີ 2 ໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 3 ຄະນະວິສະວະກໍາສາດ. ປະເພດແລ່ນ200ແມັດຍິງ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະອັກສອນສາດ ແລະທີ 3 ຄະນະວິທະຍາສາດທຳມະຊາດ. ປະເພດແລ່ນ400ແມັດຊາຍ ຊະນະເລີດ ແລະໄດ້ທີ 2 ໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 3 ຄະນະນິຕິສາດ ແລະລັດຖະສາດ. ປະເພດກີລາແລ່ນ400ແມັດຍິງ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະອັກສອນສາດ ແລະທີ 3 ຄະນະວິທະຍາສາດທໍາມະຊາດ. ປະເພດແລ່ນ1,500ແມັດຊາຍ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກໍາ, ທີ 2 ຄະນະວິສະວະກໍາສາດ ແລະທີ 3 ຄະນະວິທະຍາສາດການກີລາ-ກາຍະກຳ. ປະເພດແລ່ນ1,500ແມັດຍິງ ຊະນະເລີດ ແລະໄດ້ທີ 2 ໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 3 ຄະນະກະເສດສາດ. ປະເພດ4x100ຊາຍ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະວິສະວະກຳສາດ, ທີ 3 ຄະນະກະເສດສາດ. ປະເພດ4x100ຍິງ ຊະນະເລີດໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 2 ຄະນະວິທະຍາສາດທຳມະຊາດ ແລະທີ 3 ຄະນະກະເສດສາດ. ປະເພດກີລາເຕັ້ນຍາວ ຊະນະເລີດ ແລະໄດ້ທີ 2 ໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກຳ, ທີ 3 ຄະນະວິທະຍາສາດທຳມະຊາດ.

ສຳລັບການຈັດອັນດັບຫຼຽນລາງວັນໃນປີນີ້ ອັນດັບ 1 ໄດ້ແກ່ ຄະນະວິທະຍາສາດການກີລາ-ກາຍະກໍາ ໄດ້ 29 ຫຼຽນ, ອັນດັບ 2 ຄະນະວິສະວະກຳສາດ ໄດ້ 11 ຫຼຽນ ແລະດັບ 3 ຄະນະວິທະຍາສາດສັງຄົມ ໄດ້ 4 ຫຼຽນ. ໃນພິທີມີການເດີນສວນສະໜາມ, ການສະແດງສິລະປະ ແລະໄດ້ຮັບຊົມການແຂ່ງຂັນກີລາຮອບຊີງຊະນະເລີດຂອງປະເພດກີລາແລ່ນ-ລານ ແລະບານເຕະຊາຍ ເຊິ່ງການແຂ່ງຂັນແມ່ນດໍາເນີນໄປຢ່າງເຂັ້ມຂຸ້ນໃນທ່າມກາງ ສຽງເຊຍຂອງຜູ້ທີ່ເຂົ້າຊົມຢ່າງຄຶກຄືນມ່ວນຊື່ນ. ຕອນທ້າຍພິທີໄດ້ມີການມອບລາງວັນໃຫ້ນັກກີລາອີກດ້ວຍ.