Quick Info
- Rating
ເພື່ອເປັນການລະນຶກເຖິງວັນສຳຄັນໃນຫວັດສາດຂອງຊາດລາວກໍຄືວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວຄົບຮອບ 65 ປີ (1955-2020), 3 ອົງການຈັດຕັ້ງມະຫາຊົນ ສະຫະພັນແມ່ຍິງ, ຮາກຖານຊາວໜຸ່ມ ແລະ ຮາກຖານກໍາມະບານໄດ້ມອບກະຕ່າໝາກໄມ້ອວຍພອນຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໃນວັນຈັນ ວັນທີ 23 ມີນາ 2020 ທີ່ຫ້ອງປະຊຸມຄະນະວິທະຍາສາດສັງຄົມ (ຫ້ອງ 204) ເພື່ອຍົກສູງບົດບາດຄວາມສໍາຄັນຂອງຄະນະພັກທີ່ຍາມໃດເອົາໃຈໃສ່ໃກ້ຊິດຕິດແທດ, ໃຫ້ທິດນໍາ, ນຳພາສະມາຊິກທົ່ວຄະນະວິທະຍາສາດສັງຄົມເວົ້າລວມ ເວົ້າສະເພາະກໍຄືວຽກງານການເຄື່ອນໄຫວຂອງ 3 ອົງການຈັດຕັ້ງມະຫາຊົນຕະຫຼອດໄລຍະທີ່ຜ່ານມາ.
ຂໍອວຍພອນໄຊແດ່ຄະນະພັກ, ການນຳທຸກຂັ້ນຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມທັງສືບຕໍ່ຊີ້ນຳນຳພາສະມາຊິກ, 3 ອົງການຈັດຕັ້ງ ໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນໄປ.