ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກອງປະຊຸມວຽກງານການສຶກສາຫຼັງປະລິນຍາຕີຂອງຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ປະຈຳປີ 2020
ໃນລະຫວ່າງວັນທີ 22-23 ມັງກອນ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ວຽກງານການສຶກສາຫຼັງປະລິນຍາຕີຂອງຄະນະວິທະຍາສາດສັງຄົມ ປະຈຳປີ 2020 ທີ່ຫ້ອງປະຊຸມບ້ານພັກນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ພ້ອມທັງບັນດາຄະນະນໍາ, ພະນັກງານ-ຄູອາຈານທີ່ມີຕຳແໜ່ງປະເພດ3-6 ແລະ ອາຈານທີ່ຊີ້ນໍາການຂຽນວິທະຍານິພົນຂອງນັກສຶກສາປະລິນຍາໂທ ພາຍໃນຄະນະວິທະຍາສາດສັງຄົມເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ສະຫຼຸບຕີລາຄາວຽກງານຜົນສຳເລັດ ແລະ ບັນຫາທີ່ຄົງຄ້າງພ້ອມທັງແນວທາງໃນການແກ້ໄຂ ໃນແຕ່ລະພາກສ່ວນ, ມີການຜ່ານມາດຖານຕົວເດັ່ນຄູອາຈານ ແລະ ນັກສຶກສາ, ນໍາສະເໜີວຽກງານການບໍລິຫານ ແລະ ຄຸ້ມຄອງ, ການຮຽນການ-ການສອນຫຼັກສູດລະດັບຫຼັງປະລິນຍາຕີ, ນໍາສະເໜີວຽກງານວິທະຍານິພົນພ້ອມທັງສົນທະນາແລກປ່ຽນປະກອບຄຳເຫັນ ແລະ ຫຼັງຈາກນັ້ນກໍໄດ້ມີການສະຫຼຸບຕີລາຄາລວມກອງປະຊຸມ ແລະ ປິດພິທີຢ່າງເປັນທາງການ.