ໃນຕອນບ່າຍຂອງວັນທີ 15 ກັນຍາ 2023 ທີ່ສູນ RTC ຄສຄ ມຊ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງສູນຄົ້ນຄວ້າ ແລະ ຝືກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ ຄສຄ ມຊ (RTC) ແລະ ບໍລິສັດໂຊກໄຊທະວີຊັບ ຄອນຊາວຕິງ ຈຳກັດຜູ້ດຽວ (STS)​ ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ ປທ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ,​ ທ່ານ ອານຸສິດ ຈະເລີນຊັບ ຜູ້ອຳນວຍການບໍລິສັດໂຊກໄຊທະວີຊັບ ຄອນຊາວຕິງ,​ ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ,​ ຫົວຫນ້າສູນ RTC,​ ທ່ານ​ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ ພ້ອມທັງອາຈານ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ. ໃນການເຊັນສັນຍາດັ່ງກ່າວຕາງຫນ້າຝ່າຍສູນຄົ້ນຄວ້າ ແລະ ຝືກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ ຄສຄ ມຊ (RTC) ແມ່ນທ່ານ ອຈ ປອ ສາຍໃຈ ສີລາເດດ ແລະ ຕາງຫນ້າຝ່າຍບໍລິສັດໂຊກໄຊທະວີຊັບ ຄອນຊາວຕິງ ແມ່ນທ່ານ ອານຸສິດ ຈະເລີນຊັບ.
ຈຸດປະສົງຂອງການເຊັນບົດບັນທຶກການຮ່ວມມືແມ່ນເພື່ອ 1) ສ້າງ​ຄູ່ຮ່ວມງານ,​ ການບໍລິການວິຊາການ,​ ການປະສານງານ,​ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງຂອງອົງການເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງຝ່າຍ, ແລະ 2) ເພື່ອເປັນການສ້າງຄວາມເຂົ້າໃຈໃນການສະໜັບສະຫນູນການຈັດຕັ້ງປະຕິບັດວຽກງານຮ່ວມມືໃຫ້ໄດ້ຮັບຜົນສຳເລັດຢ່າງມີປະສິດທິພາບສູງຂຶ້ນລະຫວ່າງສູນ ແລະ ບໍລິສັດ ໂດຍສະເພາະ​ແມ່ນວຽກງານປ້ອງກັນສິ່ງແວດລ້ອມ,​ ສັງຄົມ ແລະ ການຈັດສັນຍົກຍ້າຍ. ພິທີດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​