ໃນຕອນເຊົ້າຂອງວັນທີ 27 ກັນຍາ 2023 ຄະນະວິທະຍາສາດສັງຄົມໄດ້ຈັດພິທີສະຫຼຸບຊຸດຮຽນປະຈຳປີການສຶກສາ 2022-2023 (ຊຸດຮຽນປະລິນຍາຕີ 2019-2023, ຕໍ່ເນື່ອງປະລິນຍາຕີ ແລະ ປະລິນຍາໂທ 2021-2023) ທີ່ຫ້ອງປະຊຸມໃຫຍ່ຄສບ ມຊ, ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ເຂົ້າຮ່ວມໂດຍທ່ານ ຮສ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ, ທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ ພ້ອມທັງບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງໃນພິທີດັ່ງກ່າວແມ່ນເພື່ອເປັນການສະຫຼຸບຊຸດຮຽນ 2019-2023, ມອບ-ຮັບໃບຍ້ອງຍໍໃຫ້ແກ່ນັກສຶກສາຜູ້ທີ່ມີຜົນງານດີເດັ່ນ ແລະ ມອບປະກາສະນີຍະບັດໃຫ້ແກ່ນັກສຶກສາປະລິນຍາຕີ ແລະ ປະລິນຍາໂທ. ໃນສົກຮຽນ 2022-2023 ນັກສຶກສາທີ່ສຳເລັດການສຶກສາລະດັັບປະລິນຍາຕີ ຈຳນວນ 445 ຄົນ, ຍິງ 300 ຄົນ ໃນນັ້ນມີນັກສຶກສາໄດ້ຮັບໃບປະກາສະນີຍະບັດແດງຈຳນວນ 2 ຄົນ, ຍິງ 1 ຄົນ, ລະດັບປະລິນຍາໂທ 94 ຄົນ ຍິງ 36 ຄົນ. ນັກສຶກສາທີ່ມີຜົນງານດີເດັ່ນຮອບດ້ານ 72 ຄົນ, ຍິງ 41 ຄົນ, ເດັ່ນການຮຽນ 64 ຄົນ, ຍິງ 53 ຄົນ ແລະ ເດັ່ນກິດຈະກຳ 96 ຄົນ, ຍິງ 63 ຄົນ.

       ໃນຕອນທ້າຍທ່ານຮອງອະທິການບໍດີ ມຊ ກໍໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວ ເຊິ່ງເພິ່ນໄດ້ເນັ້ນໃຫ້ເຫັນເຖິງບາງປະເດັນທີ່ສຳຄັນຕໍ່ກັບການພັດທະນາຄວາມຮູ້ຄວາມສາມາດຂອງນັກສຶກສາໂດຍສະເພາະນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນນີ້ໂດຍການໝູນໃຊ້ຄວາມຮູ້ເພື່ອພັດທະນາຕົນເອງໃນການບັນຈຸເຂົ້າໃນຂະແໜງອາຊີບການຕ່າງໆ ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ຄູອາຈານສືບຕໍ່ຖ່າຍທອດຄວາມຮູ້ດ້ານວິຊາການ, ເອົາໃຈໃສ່ໃກ້ຊິດຕິດແທດຊີ້ນຳນັກສຶກສາໃຫ້ບັນລຸຜົນສຳເລັດຕາມຄາດໝາຍການຮຽນ-ການສອນຂອງມະຫາວິທະຍາໄລແຫ່ງຊາດກໍຄືຄະນະວິທະຍາສາດສັງຄົມ ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ເປັນໄປຕາມຄຳຂັວນຂອງຄະນະທີ່ວ່າ ຄິດດີ ມີວິໄນ ໄຝ່ສິນທຳ ນຳປັນຍາ ພັດທະນາສັງຄົມ. ພິທີດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​