ໃນຕອນບ່າຍຂອງວັນທີ 26 ທັນວາ 2023 ຄະນະວິທະຍາສາດສັງຄົມໄດ້ຈັດກອງປະຊຸມຜ່ານເນື້ອໃນຄູ່ມືເພດສຶກສາສຳລັບສອດແຊກເຂົ້າໃນຫຼັກສູດຂອງມະຫາວິທະຍາໄລແຫ່ງຊາດ ທີ່ຫ້ອງປະຊຸມສູນ RTC ພາຍໃຕ້ການສະໜັບສະໜູນໂດຍ ອົົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA), ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ, ທ່ານ ປອ ສີສະຫວາດ ໂສມມະລັດ ຮອງຄະນະບໍດີ ຄສຄ ພ້ອມທັງບັນດາແຂກທີ່ຖືກເຊີນຈາກກົມການສຶກສາຊັ້ນສູງ, ກົມສາມັນ, ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ບັນດາຮອງຄະນະບໍດີຝ່າຍວິຊາການຈາກ 13 ຄະນະທົ່ວມຊ, ອາຈານສອນວິຊາລາວສຶກສາ 1, ທີມງານວິຊາການໃນຄສຄ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອຜ່ານເນື້ອໃນຄູ່ມືການສອດແຊກເພດສຶກສາທີ່ຈະນຳໃຊ້ເຂົ້າໃນວິຊາລາວສຶກສາ 1 ໃນຫຼັກສູດຂອງມະຫາວິທະຍາໄລແຫ່ງຊາດ ພ້ອມທັງປະກອບຄຳເຫັນແລກປ່ຽນໃສ່ຄູ່ມືດັ່ງກ່າວເພື່ອໃຫ້ມີຄວາມເໝາະສົມ ແລະ ສົມບູນຍິ່ງຂຶ້ນ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.