ໃນຕອນບ່າຍຂອງວັນທີ 16 ທັນວາ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນ 2020-2021 ແລະ ເປີດສົກຮຽນໃໝ່ 2021-2022 (ແບບອອນລາຍ) ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກອງປະຊຸມດັ່ງກ່າວໄດ້ມີທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ຮອງຄະນະບໍດີ ແລະ ບັນດາຫົວໜ້າ/ຮອງ​ຫົວ​ໜ້າພາກວິຊາ, ຫົວໜ້າ/ຮອງ​ຫົວ​ໜ້າພະແນກ, ຫົວໜ້າສູນ,  ພະນັກງານ, ຄູ-ອາຈານທົ່ວຄສຄ, ບັນດາແຂກທີ່ຖືກເຊີນ ພ້ອມທັງຕົວແທນນັກສຶກສາປະລິນຍາຕີ ແລະ ປະລິນຍາໂທເຂົ້າຮ່ວມ. ພິທິດັ່ງກ່າວໄດ້ມີການຜ່ານບົດສະຫຼຸບສົກຮຽນ 2020-2021 ແລະ ຜ່ານແຜນການປະຈໍາສົກຮຽນ 2021-2022, ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍນັກສຶກສາດີເດັ່ນປະຈໍາສົກສຶກສາ 2020-2021.

ໃນຕອນທ້າຍຂອງພິທີ ທ່ານຮອງອະທິການບໍດີ ໄດ້ໃຫ້​​ຄຳ​ໂອ​ວາດຕໍ່ກັບພະນັກງານຄູອາຈານ ແລະ ນັກ​ສຶກ​ສາ ໂດຍເນັ້ນໃຫ້ຖື​ເປັນ​ສຳ​ຄັນວຽກງານການເມືອງແນວຄິດ, ຮັກ​ສາຄວາມສາມັກຄີເປັນເອກະພາບ, ການມີສະຕິຕໍ່ການຈັດຕັ້ງ ແລະ ​ສະ​ຕິ​ຕໍ່ຕົນເອງ ​ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ສືບຕໍ່ປັບປຸງວຽກງານບໍລິຫານ, ສືບ​ຕໍ່​ພັດ​ທະ​ນາວິຊາການ ຮັກ​ສາ​ຄຸນ​ນະ​ພາບ​ເຖິງວ່າ​ຈັດ​ການ​ສອນ​ແບບ​ອອນ​ລາຍ,  ທັງສືບຕໍ່ປະຕິບັດວຽກງານພົວພັນຕ່າງປະເທດໃຫ້ໄດ້ຮັບໝາກຜົນທີ່ດີກວ່າເກົ່າໃນການພັດທະນາຫຼັກສູດ ກໍຄືພ​ັດ​ທະ​ນາຄະນະວິທະຍາສາດສັງຄົມ. ນອກຈາກນັ້ນ ເພິ່ນຍັງໄດ້ມີຄໍາເຫັນໂອ້ລົມຕໍ່ນັກສຶກສາ ໂດຍເນັ້ນໜັກໃຫ້ນັກສຶກສາສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ດີ, ມີສິນທຳປະຕິວັດ, ມີແບບແຜນການດຳລົງຊີວິດທີ່ດີ, ໃຫ້ຄວາມເຄົາລົບແນວທາງຂອງພັກ-ລັດ ກໍ​ຄືການຈັດຕັ້ງ, ເອົາໃຈໃສ່ຮຽນຮູ້ ມີສ່ວນຮ່ວມກິດຈະກຳຕ່າງໆຂອງມະຫາວິທະຍາໄລ ໂດຍສະເພາະແມ່ນດຳເນີນໄປຕາມ 3 ລັກສະນະ, 5 ຫຼັກມູນ ເພື່ອເປັນແນວທາງໃນການນຳໃຊ້ໃນອະນາຄົດ. ຫຼັງຈາກນັ້ນ ທ່ານຄະນະບໍດີ ຄະນະວິທະຍາສາດສັງຄົມກໍໄດ້ຂຶ້ນຮັບຄຳໂອວາດຈາກທ່ານຮອງອະທິການ​ບໍ​ດີ ໂດຍ​ຢືນ​ຢັນທີ່​ຈະ​ນຳ​​ເອົາ​ຄໍ​າຄິດເຫັນ​ຂອງ​ທ່ານ​ຮອງ​ອະ​ທິ​ການ​ບໍ​ດີໄປເປັນແນວທາງໃນການຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ​ສົກ​ຮຽນ 2021-2022 ໃຫ້​ປາ​ກົດ​ຜົນ​ເປັນ​ຈິງ ຊຶ່ງ​ເປັນ​ການ​ສືບ​ຕໍ່ພັດທະນາຄະນະວິທະຍາສາດສັງຄົມ ກໍຄືມະຫາວິທະຍາໄລແຫ່ງຊາດໃຫ້​ກ້າວ​ໄປ​ໜ້າ​ຢ່າງບໍ່​ຢຸດຢັ້ງ. ພິທີສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ ໄດ້ດຳເນີນໄປຕາມວາລະ​ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.