ໃນວັນທີ 9 ມີນາ 2021 ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ໄດ້ຈັດພິທີເປີດໂຄງການຮ່ວມມືທາງວິຊາການລະຫວ່າງອົງການອຸຍນິເຊບ (UNICEF) ແລະ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບການປະເມີນ ແລະ ການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ ທີ່ຫ້ອງປະຊຸມມຊ ຊັ້ນ2, ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ ປອ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດພ້ອມທັງຄະນະນໍາຈາກກະຊວງສຶກສາທິການ ແລະ ກິລາ, ບັນຫາຫົວໜ້າຫ້ອງການໃນມຊ, ແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ຊ່ຽວຊານກ່ຽວກັບວຽກງານສັງຄົມສົງຄົມສົງເຄາະ ແລະ ຄູອາຈານພາຍໃນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຂອບການຮ່ວມມືຂອງໂຄງການໂດຍຫຍໍ້, ຫຼັກສູດສັງຄົມສົງເຄາະ, ການປົກປ້ອງເດັກຂອງອົງການອຸຍນິເຊບ, ວຽກງານສັງຄົມສົງເຄາະຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຍັງໄດ້ມີການສົນທະນາແລກປ່ຽນຄວາມຄິດເຫັນເພື່ອເປັນແນວທາງໃນປັບປຸງຫຼັກສູດສັງຄົມສົງເຄາະໃນຕໍ່ໜ້າ.

ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ໃນວັນທີ 23-27/02/2021 ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006) ແລະ ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ຄະນະກຳມະການຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຈາກໂຄງການນ້ຳງຽບ1 ກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ໃນການຝຶກອົບຮົມດັ່ງກ່າວແມ່ນມີຫົວຂໍ້ກ່ຽວກັບ 1) ຄວາມສ່ຽງ, ຜົນກະທົບ ແລະ ບັນຫາສັງຄົມຈາກໂຄງການພັດທະນາ, 2) ການທົດແທນຄ່າເສຍຫາຍ ແລະ ບັນຫາຕໍ່ສິ່ງແວດລ້ອມສັງຄົມທີ່ເກີດຈາກໂຄງການພັດທະນາຕ່າງໆ, 3) ການນຳໃຊ້ຂໍ້ມູນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມເຂົ້າໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ, ແຜນທົດແທນຄ່າເສຍຫຍ, ແຜນການຍົກຍ້າຍຈັດສັນ ແລະ ແຜນຟື້ນຟູຊີວິດການເປັນຢູ່, 4) ການຄັດເລືອກພື້ນທີ່ຈັດສັນຍົກຍ້າຍໂດຍການນຳໃຊ້ລະບົບສາລະສົນເທດທາງພູມີສາດ, 5) ດຳລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ (ດຳລັດ 84/ລບ, 5/4/2016), 6) ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ (ດຳລັດ 45/ສພຊ, 15/6/2018), 7) ທາງເລືອກໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການພັດທະນາໂດຍການປະກອບອາຊີບກະສິກຳ (ການລ້ຽງສັດໃຫຍ່), 8) ທາງເລືອກໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການພັດທະນາໂດຍການປະກອບອາຊີບ (ການເຮັດທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ), 9) ການຟື້ນຟູ ແລະ ພັດທະນາຊີວິດການເປັນຢູ່ແບບຍືນຍົງ ແລະ 10) ການມີສ່ວນຮ່ວມ, ການປຶກສາຫາລື ແລະ ຂອບການມີສ່ວນຮ່ວມຂອງຊຸມຊົນໃນໂຄງການພັດທະນາ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ເປັນໄປຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.

 

 

ໃນວັນທີ 26 ມັງກອນ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມກ່ຽວກັບການສຶກສາທີ່ເນັ້ນຜົນໄດ້ຮັບ ທີ່ຫ້ອງປະຊຸມ 207 ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈໍານວນ 57 ທ່ານ ໃນນັ້ນມີຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ, ຫົວໜ້າສູນ ແລະ ອາຈານສອນທີ່ມີຕຳແໜ່ງປະເພດ 5 ຂຶ້ນໄປ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້່ມແຂງ ແລະ ເພີ່ມທັກສະທີ່ຈຳເປັນໃນການນຳໃຊ້ເຂົ້າໃນວຽກງານການຮຽນ-ການສອນໂດຍສະເພາະແມ່ນວິທີການຂຽນຮ່າງຫຼັກສູດວິຊາສອນ ແລະ ການກໍານົດຈໍານວນໜ່ວຍກິດໃຫ້ແກ່ບັນດາຄູອາຈານພາຍໃນຄະນະວິທະຍາສາດສັງຄົມ ໃຫ້ເປັນໄປຕາມລະບົບແຜນການຮຽນ-ການສອນຂອງຄະນະວິທະຍາສາດສັງຄົມ ກໍຄືມະຫາວິທະຍາໄລແຫ່ງຊາດ.

 

ໃນລະຫວ່າງວັນທີ 25-29 ມັງກອນ 2021 ພາກວິຊາພູມີສາດ ແລະ ສາສະລະສົນເທດສາດ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມພື້ນຖານການນຳໃຊ້ເຮືອບິນທີ່ບໍ່ມີຄົນຂັບ (Drone) ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈໍານວນ 17 ທ່ານ ໃນນັ້ນມີທີ່ປຶກສາຈຳນວນ 3 ທ່ານ, ວິຊາການຈາກກົມຄຸ້ມຄອງທີ່ດິນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈຳນວນ 9 ທ່ານ, ອາຈານສອນພາຍໃນພາກວິຊາພູມີສາດ ແລະ ສາສະລະສົນເທດສາດ ຄະນະວິທະຍາສາດສັງຄົມ ຈຳນວນ 3 ທ່ານ ແລະ ອາຈານຈາກມະຫາວິທະຍາໄລສັບພະວິຊາຈຳນວນ 2 ທ່ານ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອແນໃສ່ການເພີ່ມທັກສະພື້ນຖານທີ່ຈຳເປັນໃນການນຳໃຊ້ເຮືອບິນທີ່ບໍ່ມີຄົນຂັບ (Drone) ຄວາມລະອຽດສູງແບບ RTK ເຂົ້າໃນການສຳຫຼວດພື້ນທີ່ໃນວຽກງານການຄຸ້ມຄອງທີ່ດິນໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ. ເຊິ່ງໄດ້ຮັບການສະໜັບສະໜູນການຝຶກອົບຮົມໂດຍແຜນງານຄຸ້ມຄອງທີ່ດິນ ແລະ GIZ ປະຈຳລາວ.

ກອງປະຊຸມຜູ້ບໍລິຫານການສຶກສາ  ແລະ ກອງປະຊຸມວຽກງານການສຶກສາຫຼັງປະລິນຍາຕີຂອງຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ປະຈຳປີ 2020

ໃນລະຫວ່າງວັນທີ 22-23 ມັງກອນ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ວຽກງານການສຶກສາຫຼັງປະລິນຍາຕີຂອງຄະນະວິທະຍາສາດສັງຄົມ ປະຈຳປີ 2020 ທີ່ຫ້ອງປະຊຸມບ້ານພັກນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ພ້ອມທັງບັນດາຄະນະນໍາ, ພະນັກງານ-ຄູອາຈານທີ່ມີຕຳແໜ່ງປະເພດ3-6 ແລະ ອາຈານທີ່ຊີ້ນໍາການຂຽນວິທະຍານິພົນຂອງນັກສຶກສາປະລິນຍາໂທ ພາຍໃນຄະນະວິທະຍາສາດສັງຄົມເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ 1 ປີຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ສະຫຼຸບຕີລາຄາວຽກງານຜົນສຳເລັດ ແລະ ບັນຫາທີ່ຄົງຄ້າງພ້ອມທັງແນວທາງໃນການແກ້ໄຂ ໃນແຕ່ລະພາກສ່ວນ, ມີການຜ່ານມາດຖານຕົວເດັ່ນຄູອາຈານ ແລະ ນັກສຶກສາ, ນໍາສະເໜີວຽກງານການບໍລິຫານ ແລະ ຄຸ້ມຄອງ, ການຮຽນການ-ການສອນຫຼັກສູດລະດັບຫຼັງປະລິນຍາຕີ, ນໍາສະເໜີວຽກງານວິທະຍານິພົນພ້ອມທັງສົນທະນາແລກປ່ຽນປະກອບຄຳເຫັນ ແລະ ຫຼັງຈາກນັ້ນກໍໄດ້ມີການສະຫຼຸບຕີລາຄາລວມກອງປະຊຸມ ແລະ ປິດພິທີຢ່າງເປັນທາງການ.

ຄະນະວິທະຍາສາດສັງຄົມ ຈັດພິທີປະຖະກະຖາວັນສະຖາປະນາສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ.

ໃນຕອນບ່າຍຂອງວັນທີ 8 ທັນວາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສະຖາປະນາສປປລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ທີ່ຫ້ອງປະຊຸມ 207 ອາຄານພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ ຄະນະວິທະຍາສາດສັງຄົມ ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງມີຜູູ້ເຂົ້າຮ່ວມທັງໝົດ ຈໍານວນ 71ທ່ານ (ຍິງ 34 ທ່ານ), ໃນນັ້ນມີຄະນະບໍດີ, ຮອງຄະນະບໍດີ ຄສຄພ້ອມທັງບັນດາຫົວໜ້າ/ຮອງພາກວິຊາ, ຫົວໜ້າ/ຮອງພະແນກ, ຫົວໜ້າສູນ,  ພະນັກງານ, ຄູ-ອາຈານທົ່ວຄສຄເຂົ້າຮ່ວມ. ພິທີປະຖະກະຖາດັ່ງກ່າວປະກອບມີ 2 ເນື້ອໃນເອກະສານ ດັ່ງລຸ່ມນີ້:

  • ເອກະສານໂຄສະນາ-ປະຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975- 2 ທັນວາ 2020) ເຊິ່ງບັນຍາຍໂດຍທ່ານ ຮສ ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ປະກອບມີ 4 ຫົວຂໍ້ດັ່ງນີ້:
  • ມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ
  • 45 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
  • ທິດທາງໜ້າທີ່ຈຸດສຸມຕໍ່ໜ້າ
  • ສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາເຂົ້າໃນການສ້າງສາພັດທະນາປະເທດຊາດ
  • ເອກະສານປະຖະກະຖາວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ. (ບັນຍາຍໂດຍທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີຄະນະວິທະຍາສາດສັງຄົມ ແລະ ທ່ານຮສ ປອ. ບຸນທະວີ ສໍສຳພັນ ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ປະກອບມີ 3 ຫົວຂໍ້ດັ່ງນີ້:
  • ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ
  • ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ
  • ເສີມຂະຫຍາຍ ແລະ ສືບທອດມໍລະດົກອັນລ້ຳຄ່າຂອງປະທານໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້.

ພິທີເຊັນບົດບັນທຶກການຕົກລົງຮ່ວມມືດ້ານວິຊາລະຫວ່າງຄະນະວິທະຍາສາດສັງຄົມ ແລະ ສູນຝຶກອົບຮົມພະນັກງງານຄຸ້ມຄອງເສດຖະກິດ-ແຜນການ

ໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເຊັນບົດບັນທຶກການຕົກລົງຮ່ວມມືດ້ານວິຊາການລະຫວ່າງ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ແລະ ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ກະຊວງແຜນການ ແລະ ການລົງທຶນ ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ ພາຍໃຕ້ການເປັນປະທານຂອງທ່ານ ສຈ ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ພິທີດັ່ງກ່າວມີຜູູ້ເຂົ້າຮ່ວມທັງໝົດ ຈໍານວນ 31 ທ່ານ, ໃນນັ້ນມີຄະນະບໍດີ, ຮອງຄະນະບໍດີ ຄສຄພ້ອມທັງບັນດາຫົວໜ້າພາກວິຊາ, ຫົວໜ້າພະແນກ, ຫົວໜ້າສູນ,  ແລະ ຄະນະຮັບຜິດຊອບເຂົ້າຮ່ວມ. ເຊິ່ງຕາງໜ້າຝ່າຍຄະນະວິທະຍາສາດສັງຄົມໄດ້ແກ່ທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ຕາງໜ້າຝ່າຍສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການໄດ້ແກ່ ທ່ານ ບິດ ບົວລິວັນ ຫົວໜ້າສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ. ຈຸດປະສົງໃນການເຊັນບົດບັນທຶກແມ່ນເພື່ອຄົ້ນຄວ້າ, ສ້າງຫຼັກສູດຝຶກອົບຮົມ ແລະ ຮ່ວມມືໄລຍະຍາວລະຫວ່າງ ຄະນະວິທະຍາສາດສັງຄົມ ແລະ ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ໃນການດໍາເນີນການສຶກສາຄົ້ນຄວ້າພັດທະນາຫຼັກສູດການຝຶກອົບຮົມວຽກງານຄຸ້ມຄອງເສດຖະກິດ-ແຜນການ ພາຍໃຕ້ການສະໜັບສະໜູນທຶນໂດຍ ການຮ່ວມມືເຢຍລະມັນ.

ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄສຄ ມຊຈັດກອງປະຊຸມປັບປຸງວິຊາສອນການໃຫ້ຄຳປຶກສາທາງສັງຄົມສົງເຄາະ

ໃນລະຫວ່າງວັນທີ 4-6 ທັນວາ 2020 ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມປັບປຸງວິຊາສອນການໃຫ້ຄຳປຶກສາທາງສັງຄົມສົງເຄາະ ທີ່ຫ້ອງປະຊຸມເຮືອນພັກຄູນຊັບເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ບຸນທະວີ ສໍສຳພັນ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ພ້ອມທັງຄະນະນໍາ-ຄູອາຈານພາຍໃນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຜູ້ຊ່ຽວຊານກ່ຽວກັບວຽກງານສັງຄົມສົງຄົມສົງເຄາະ ແລະ ພະນັກງານສູນໃຫ້ຄຳປຶກສາ ລວມທັງໝົດຈຳນວນ 14 ທ່ານ, ເຊິ່ງສະໜຸບສະໜູນໂດຍອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA). ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຄູ່ມືການສອນວິຊາການໃຫ້ຄຳປຶກສາທາງສັງຄົມສົງເຄາະ, ນຳສະເໜີບົດຮຽນປະສົບການ ແລະ ເຕັກນິກວິທີການໃຫ້ຄໍາປຶກສາຂອງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ບົດຮຽນ, ປະສົບການ ແລະ ເຕັກນິກວິທີການໃຫ້ຄຳປຶກສາຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮູບແບບ, ເຕັກນິກ ແລະ ວິທີການໃຫ້ຄຳປຶກສາຈາກມຸມມອງທາງຈິດຕະວິທະຍາ, ມາດຖານການໃຫ້ຄໍາປຶກສາທາງສັງຄົມສົງເຄາະ, ສົນທະນາປຶກສາຫາລືກ່ຽວກັບການປັບປຸງເນື້ອໃນຄູ່ມືການສອນວິຊາການໃຫ້ຄຳປຶກສາທາງສັງຄົມສົງເຄາະ ເພື່ອໃຫ້ເນື້ອໃນບົດມີຄວາມສົມບູນຂຶ້ນ ພ້ອມທັງມີການສະເໜີແຜນສຳລັບກອງປະຊຸມຄັ້ງຕໍ່ໄປ.